(vovworld) - ຕອນຄໍ່າວັນທີ 11/8, ຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳອິນເດຍ, ສະຖານທູດຫວຽດນາມ ແລະ ສະຖານທູດລາວ ປະຈຳອິນເດຍ ໄດ້ຈັດຕັ້ງງານຊຸມນຸມມິດຕິງ, ງານມະໂຫລານສິນລະປະວັດທະນະທຳ ແລະ ອາຫານການກິນ ເພື່ອ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດ, 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບຫວຽດນາມ - ລາວ. ທີ່ພິທີໂຮມຊຸມນຸມມິດຕິງ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ Nguyen Thanh Tan ແລະ ທ່ານເອກອັກຄະລັດຖະທູດລາວ ປະຈຳອິນເດຍທອງພັນ ໄດ້ທົບທວນຄືນນສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດຫວຽດນາມ - ລາວ. ທ່ານເອກອັກຄະລັດຖະທູດ Nguyen Thanh Tan ໄດ້ເນັ້ນໜັກວ່າ, ສາຍພົວພັນແບບພິເສດ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ການທ້າທາຍຫຼາຍຢ່າງລະຫວ່າງຫວຽດນາມ - ລາວ, ບໍ່ມີຫຍັງສາມາດປ່ຽນແປງໄດ້. ປະຈຸບັນ, ຫວຽດນາມ ແລະ ລາວ ພວມຍູ້ແຮງວິວັດການຫັນການປ່ຽນໃໝ່, ເປັນເຈົ້າການ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ. ສ່ວນທ່ານເອກອັກຄະລັດຖະທູດລາວ ທອງພັນກໍສະແດງຄວາມຫວັງວ່າ ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດຫວຽດນາມ - ລາວ ຈະນັບມື້ນັບໄດ້ຮັບການພັດທະນາໃຫ້ດີຍິ່ງໆຂຶ້ນ.