(vovworld) - ໂດຍສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງສາສະໜາພຸດນິກາຍ ຮ່ວາຫາວ (18/5/1939 – 18/5/2012 ໄລ່ຕາມຈັນທະປະຕິທິນ), ໃນວັນທີ 4 ແລະ 5/7, ຜູ້ຕາງໜ້າຄະນະສາສະໜາລັດຖະບານ, ກົມປ້ອງກັນຄວາມສະຫງົບ (ສັງກັດກະຊວງຕຳຫຼວດຫວຽດນາມ), ທະຫານເຂດ 9 ແລະ ການນຳແຂວງ ອານຢາງ ໄດ້ລົງຢ້ຽມຢາມ ແລະ ອວຍພອນຄະນະບໍລິຫານງານສູນກາງສະມາຄົມສາສະໜາພຸດນິກາຍ ຮ່ວາຫາວ ຢູ່ນະຄອນ ລອງຊວຽນ, ເມືອງ ຟູ໋ເຕີນ, ເຈົາຟູ໋ ແລະ ຕາແສງ ເຕີນເຈົາ (ແຂວງ ອານຢາງ). ຢູ່ສະຖານທີ່ລົງຢ້ຽມຢາມຕ່າງໆ, ຜູ້ຕາງໜ້າຂອງຄະນະໄດ້ອວຍພອນ, ຢື້ຢາມຖາມຂ່າວຊີວິດການເປັນຢູ່ ແລະ ອວຍພອນສຸຂະພາບໃຫ້ບັນດາຜູ້ມີຍົດຖາບັນດາສັກ, ພ້ອມກັບສາສະນິກກະຊົນສາສະໜາພຸດນິກາຍ ຮ່ວາຫາວທັງໝົດ, ພ້ອມທັງຍ້ອງຍໍສັນລະເສີນບັນດາຜູ້ມີຍົດຖາບັນດາສັກໃນໄລຍະຜ່ານມາໄດ້ປະຕິບັດຄວາມຮັບຜິດຊອບ, ແນະນຳໃຫ້ສາສະນິກກະຊົນປະຕິບັດແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງພັກ, ລັດ ແລະ ສິດເສລີໃນການເຫຼື້ອມໃສສາສະໜາຖືກຕ້ອງຕາມກົດໝາຍຂອງຫວຽດນາມ, ບັນດາໂຄງການວຽກງານດ້ານສາສະໜາ, ຕັ້ງໜ້າຮ່ວມມືພ້ອມກັບອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາສາສະໜາ ສ້າງສາບ້ານເກີດເມືອງນອນດ້ວຍບັນດາກິດຈະກຳສະຫວັດດີການສັງຄົມ, ເບິ່ງແຍງດູແລໃຫ້ແກ່ຄອບຄົວທຸກຍາກເຊິ່ງໄດ້ນຳມາເຊິ່ງປະສິດທິຜົນອັນແທດຈິງ.