(vovworld) - ຕອນເຊົ້າວັນທີ 20/3, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງງາມໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 82 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ (26/3), ພົບປະສັງສັນກັບພະນັກງານຄະນະຊາວໜຸ່ມລຸ້ນຕ່າງໆ ແລະ ຍ້ອງຍໍສັນລະເສີນເລຂາຄະນະຊາວໜຸ່ມ ຜູ້ດີເດັ່ນໃນນະຄອນຫຼວງ ປີ 2012. ບັນດາຜູ້ແທນຢືນຢັນວ່າ: ພ້ອມກັບໄວໜຸ່ມທົ່ວປະເທດ, ຍາມໃດໄວໜຸ່ມນະຄອນຫຼວງຍາມໃດກໍ່ສືບທອດ ແລະ ເສີມຂະຫຍາຍມູນເຊື້ອຕໍສູ້ປະຕິວັດຂອງຊາວໜຸ່ມ ຫວຽດນາມ ລຸ້ນຕ່າງໆ, ມູນເຊື້ອອະລິຍະທຳ ທັງລອງ - ຮ່າໂນ້ຍ, ສົມເປັນອູ່ຂອງບັນດາຂະບວນການເຄື່ອນໄຫວປະຕິວັດ ແລະ ສືບຕໍ່ໄດ້ຮັບການກໍ່ສ້າງ ແລະ ເສີມຂະຫຍາຍຈາກຊາວໜຸ່ມນະຄອນຫຼວງຍຸກສະໄຫມໃໝ່ດ້ວຍບັນດາຂະບວນການ “ປະຈັນບານພັດທະນາເສດຖະກິດ - ສັງຄົມ ນະຄອນຫຼວງ”, “ຮ່ວມເດີນທາງກັບຊາວໜຸ່ມກໍ່ຮ່າງສ້າງຕົວ” ແລະ “ຂ້ອຍຮັກ ຮ່າໂນ້ຍ”. ເນື່ອງໃນໂອກາດນີ້, ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ໄດ້ຍ້ອງຍໍສັນລະເສີນເລຂາຄະນະຊາວໜຸ່ມນະຄອນຫຼວງ 120 ຄົນ ທີ່ມີຜົນງານດີເດັ່ນໃນປີ 2012.