(vovworld) - ພິທີສະເຫຼີມສະຫຼອງ84 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຢູ່ມາເລເຊຍ ດຳເນີນໄປໃນວັນທີ 3/2, ໂດຍສະຖານທູດຫວຽດນາມ ປະຈຳມາເລເຊຍ ຈັດຕັ້ງ ດ້ວຍການເຂົ້າຮ່ວມຂອງພະນັກງານ, ສະມາຊິກພັກໃນສະຖານທູດ ແລະ ບັນດາອົງການຜູ້ຕາງໜ້າຫວຽດນາມປະຈຳມາເລເຊຍ.
ທີ່ພິທີ, ເລຂາຄະນະພັກ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳມາເລເຊຍ ຫງວຽນຮົ່ງ ໄດ້ທົບທວນຄືນວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງພັກກອມມູນິດຫວຽດນາມ, ແລະ ຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ພາລະກອນທັງໝົດຂອງສະ ຖານທູດ ແລະ ບັນດາອົງການຜູ້ຕາງໜ້າອື່ນໆຂອງຫວຽດນາມ ຢູ່ມາເລເຊຍ, ຈົ່ງແຂ່ງຂັນກັນປະຕິບັດສຳເລັດໜ້າທີ່, ຕັ້ງໜ້າປະກອບສ່ວນເຂົ້າໃນກິດຈະການສ້າງສາ ແລະ ພັດທະນາປະເທດຊາດ, ເພີ່ມທະວີຄວາມສາມັກຄີ, ມິດຕະພາບກັບປະຊາຊົນມາເລເຊຍ ແລະ ເພື່ອນມິດສາກົນ.