ສະເຫຼີມສະຫຼອງ75ປີແຫ່ງວັນມູນເຊື້ອໜັງສືພິມກູ້ຊາດ-ປົດປ່ອຍ-ມະຫາສາມັກຄີ

ສະເຫຼີມສະຫຼອງ75ປີແຫ່ງວັນມູນເຊື້ອໜັງສືພິມກູ້ຊາດ-ປົດປ່ອຍ-ມະຫາສາມັກຄີ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ


(vovworld) - ພິ​ທີ​ສະ​ເຫຼີ​ມ​ສະ​ຫຼອງ 75 ປີ​ແຫ່ງວັນ​​ໜັງ​ສື​ພິມ​ກູ້​ຊາດ, ເຊິ່ງ​ແມ່ນ​ຕົ້ນ​ກຳ​ເນີດ​ຂອງ​ໜັງ​ສື​ພິມ ດ້​າຍ​ດ່​ວານ​ເກດ (​ແປ​ວ່າມະ​ຫາ​ສາ​ມັກ​ຄີ), ຈຳ​ໜ່າຍ​ສະ​ບັບ​ທຳ​ອິດ (25/1/1942 – 25/1/2017) ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ, ໃນ​ຕອນ​ເຊົ້າ​ວັນ​ທີ 6/1. ກ່າວ​ຄຳ​ເຫັ​ນ​ທີ່​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ທ້ຽ​ນ​ເຍີນ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ຂອງ​ໜັງ​ສື​ພິມ ດ້າຍ​ດ່​ວາ​ນ​ເກດ ສຳ​ລັບ​ພາ​ລະ​ກິດ​ແຫ່ງ​ການ​ປະ​ຕິ​ວັດ​ຂອງ​ປະ​ຊາ​ຊົນ​ໃນ​ຕະຫຼອດ 75 ປີ​ທີ່​ຜ່ານ​ມາ:

        “ສິ່ງ​ທຳ​ອິດ​ທີ່​ໜັງ​ສື​ພິມ​ດ້າຍ​ດ່​ວານ​ເກດ​ຍາມ​ໃດ​ກໍ່​ຕ້ອງ​​ຕັ້ງ​ຄຳ​ຖາມ​ໃຫ້​ຕົນ​ເອງວ່າ: ໃຜ​ແມ່ນ​ຜູ້​ອ່ານ​ຕົນ? ມີ​ຈັກ​ຄົນ​ອ່ານ? ອ່ານ​ແລ້ວ​ເຂົາ​ເຈົ້າ​ຄິດ​ຫຍັງ, ເຂົາ​ເຈົ້າ​ຈະ​ເຮັດ​ຫຍັງ​ຖ້າ​ຫາກບໍ່​ອ່ານ​ໜັງ​ສື​ພິມ ດ້າຍ​ດ່​ວານ​ເກດ? ຫວັງ​ວ່າ​ໜັງ​ສື​ພິມ ດ້າຍ​ດ່​ວານ​ເກດ ເອົາ​ໃຈ​ໃສ່​ເຖິງ​ການ​ພົວ​ພັນ​ກັບ​ຜູ້​ອ່ານ ແລະ ມີ​ແຜນ​ການ​ເພື່ອ​ດຶງ​ດູດ​ຜູ້​ອ່ານຫຼາຍ​ກ່​ວາ.”

ຕອບກັບ

ຂ່າວ/ບົດ​ອື່ນ