(vovworld) – ວັນທີ 18/6, ຢູ່ ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ແນະນຳປື້ມ “ຮ່ວມມືພ້ອມກັນພັດທະນາຢູ່ບັນດາເຂດທະເລໃນກົດໝາຍ ແລະ ພຶດຕິກຳຕົວຈິງສາກົນ” ປື້ມມີເນື້ອໃນໂຄສະນາກ່ຽວກັບຊາຍແດນຂອງປະເທດຊາດ. ນີ້ແມ່ນຜະລິດຕະພັນນອນໃນໂຄງການ “ກໍ່ສ້າງລະບົບເອກະສານໂຄສະນາທາງສື່ມວນຊົນ ແລະ ຫາງສຽງ” ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານເປັນເຈົ້າພາບ ເຊິ່ງຂຶ້ນກັບແຜນຮ່າງ “ຍູ້ແຮງວຽກງານໂຄສະນາເຜີຍແຜ່ກ່ຽວກັບການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາທະເລ ແລະ ໝູ່ເກາະ ຫວຽດນາມ” ແບບຍືນຍົງ. ປື້ມດັ່ງກ່າວໂດຍ ຮອງສາດສະດາຈານ, ດຣ ຫງວຽນບາຢ໋ຽນ, ຜູ້ອຳນວຍການສູນກົດໝາຍວ່າດ້ວຍທະເລ ແລະ ການເດີນທະເລສາກົນ, ຫົວໜ້າວິຊາກົດໝາຍສາກົນ (ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ) ຮຽບຮຽງ, ດ້ວຍຈຸດປະສົງ ຄົ້ນຄວ້າ ແລະ ປຶກສາຫາລື ບັນດາບັນຫາພື້ນຖານ ກ່ຽວກັບທິດສະດີ ແລະ ພຶດຕິກຳຕົວຈິງຂອງການເຄື່ອນໄຫວຮ່ວມມືຂຸດຄົ້ນລວມໃນກົດໝາຍທະເລສາກົນ. ປື້ມ “ຮ່ວມມືພ້ອມກັນພັດທະນາຢູ່ບັນດາເຂດທະເລໃນກົດໝາຍ ແລະ ພຶດຕິກຳຕົວຈິງສາກົນ” ໄດ້ແນະນຳ ແລະ ປຶກສາຫາລື, ອະທິບາຍບັນດາບັນຫາຄື: ສັງລວມກ່ຽວກັບການຮ່ວມມືຂຸດຄົ້ນລວມຢູ່ບັນດາເຂດທະເລ, ພື້ນຖານວິທະຍາສາດຂອງການເຄື່ອນໄຫວຂຸດຄົ້ນລວມບົນທະເລເວົ້າລວມ ແລະ ຢູ່ທະເລຕາເວັນອອກເວົ້າສະເພາະ, ບັນດາຮູບແບບຂຸດຄົ້ນລວມໃນໂລກ, ບົດຮຽນສ້າງຕັ້ງບັນດາຂໍ້ຕົກລົງ (ສັນຍາ) ຂຸດຄົ້ນລວມຂອງບັນດາປະເທດ, ບັນຫານຳໃຊ້ບັນດາຮູບແບບຮ່ວມມືຂຸດຄົ້ນລວມ ທີ່ດີເດັ່ນໃນໂລກ ແລະ ໃນທະເລຕາເວັນອອກ - ບັນດາຂໍ້ສະເໜີແນະ ແລະ ມາດຕະການແກ້ໄຂສຳລັບ ຫວຽດນາມ.