ສ້າງກຳລັງຫນູນເພື່ອພັດທະນາຂະແຫນງທາງລົດໄຟ
(VOVWORLD) -ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສະເຫນີ ຄວນມີບັນດາຂໍ້ກຳນົດຢ່າງຈະແຈ້ງກວ່າກ່ຽວກັບນະໂຍບາຍພັດທະນາຂະແຫນງທາງລົດໄຟເ
ກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 14 |
ເມື່ອປຶກສາຫາລືບາງເນື້ອໃນທີ່ຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍທາງລົດໄຟ (ສະບັບປັບປຸງ) ທີ່ວາລະປະຊຸມໃນຕອນເຊົ້າວັນທີ 30 ພຶດສະພາ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສະເຫນີ ຄວນມີບັນດາຂໍ້ກຳນົດຢ່າງຈະແຈ້ງກວ່າກ່ຽວກັບນະໂຍບາຍພັດທະນາຂະແຫນງທາງລົດໄຟເພື່ອໃຫ້ຂະແຫນງຂົນສົ່ງສຳຄັນນີ້ ສວມບົດບາດຫລັກແຫລ່ງໃນລະບົບຄົມມະນາຄົມແຫ່ງຊາດ. ບັນດາ ສສຊ ຖືວ່າ ຄວນມີນະໂຍບາຍຫັນເປັນຂອງສັງຄົມຢ່າງແຮງ, ສ້າງກົນໄກເພື່ອໃຫ້ລັດຫນູນຊ່ວຍບັນດາວິສາຫະກິດລົງທຶນກໍ່ສ້າງໃຫມ່, ຍົກລະດັບ ທາງລົດໄຟ ກໍຄືສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດດຳເນີນທຸລະກິດຖອນທຶນເພື່ອສືບຕໍ່ລົງທຶນ, ຮັກສາບູລະນະພື້ນຖານໂຄງລ່າງ. ນອກນັ້ນ ຄວນມີບັນດາບາດກ້າວບຸກທະລຸກ່ຽວກັບກົນໄກດ້ານກົດໝາຍເພື່ອສ້າງການແກ້ງແຍ້ງຢ່າງສະເຫມີພາບໃນການດຳເນີນທຸລະກິດພື້ນຖານໂຄງລ່າງທາງລົດໄຟ ແລະ ດຳເນີນທຸລະກິດຂົນສົ່ງທາງລົດໄຟ.