ສ້າງຂົວ​ຕໍ່​ຍູ້​ແຮງ​ການ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດອິນ​ເດຍ

(VOVWORLD) -ກອງປະຊຸມສໍາມະນາທາງອອນລາຍ ດ້ວຍຫົວຂໍ້ “ສົ່ງເສີມການຄ້າ ຜ່ານປະຊາຄົມຊາວຫວຽດນາມ ອາໄສ ຢູ່ ອິນເດຍ” ແມ່ນເພື່ອແນໃສ່ສ້າງຂົວຕໍ່ລະຫວ່າງປະຊາຄົມຊາວຫວຽດນາມ ອາໄສ ຢູ່ ອິນເດຍ ໄດ້ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນປະສົບການ ກັບບັນດາວິສາຫະກິດພາຍໃນປະເທດ ກ່ຽວກັບແງ່ຫວັງດ້ານການຄ້າ ກໍ່ຄື ກາລະໂອກາດລົງທຶນດໍາເນີນທຸລະກິດ ຢູ່ ອິນເດຍ
ສ້າງຂົວ​ຕໍ່​ຍູ້​ແຮງ​ການ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດອິນ​ເດຍ - ảnh 1ກອງປະຊຸມສໍາມະນາທາງອອນລາຍ ດ້ວຍຫົວຂໍ້ “ສົ່ງເສີມການຄ້າ ຜ່ານປະຊາຄົມຊາວຫວຽດນາມ ອາໄສ ຢູ່ ອິນເດຍ” (ພາບ: BNEWS/TTXVN)

        ວັນທີ 20 ພຶດສະພາ, ຢູ່ ອິນເດຍ, ກົມສົ່ງເສີມການຄ້າ ສັງກັດກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ແລະ ອົງການຕາງໜ້າດ້ານການຄ້າສະຖານທູດຫວຽດນາມ ປະຈໍາ ອິນເດຍ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ອາໄສ ຢູ່ ອິນເດຍ ແລະ ເນປານ, ຫ້ອງການການຄ້າ ແລະ ອຸດສາຫະກໍາບັນດາບໍລິສັດນໍາເຂົ້າສິນຄ້າອິນເດຍ ຢູ່ ຫວຽດນາມ  ຈັດຕັ້ງກອງປະຊຸມສໍາມະນາທາງອອນລາຍ ດ້ວຍຫົວຂໍ້ “ສົ່ງເສີມການຄ້າ ຜ່ານປະຊາຄົມຊາວຫວຽດນາມ ອາໄສ ຢູ່ ອິນເດຍ”. ກອງປະຊຸມສໍາມະນາດັ່ງກ່າວ ແມ່ນເພື່ອແນໃສ່ສ້າງຂົວຕໍ່ລະຫວ່າງປະຊາຄົມຊາວຫວຽດນາມ ອາໄສ ຢູ່ ອິນເດຍ ໄດ້ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນປະສົບການ ກັບບັນດາວິສາຫະກິດພາຍໃນປະເທດ ກ່ຽວກັບແງ່ຫວັງດ້ານການຄ້າ ກໍ່ຄື ກາລະໂອກາດລົງທຶນດໍາເນີນທຸລະກິດ ຢູ່ ອິນເດຍ.

        ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນຫວັງວ່າ ດ້ວຍປະສົບການທີ່ມີຢູ່ແລ້ວ ພ້ອມກັບຄວາມເຂົ້າໃຈກ່ຽວກັບຕະຫຼາດຂອງປະເທດປະຈໍາຖິ່ນນັ້ນ ບັນດານັກທຸລະກິດ, ປັນຍາຊົນທີ່ເປັນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະແມ່ນທ່າແຮງອັນໃຫຍ່ຫຼວງສໍາລັບບັນດາວິສາຫະກິດຫວຽດນາມ ເພື່ອສາມາດແຊກຊຶມຕະຫຼາດອິນເດຍ ແລະ ເນປານໄດ້ຢ່າງເໝາະສົມ ແລະ ມີປະສິດທິຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ