ປະຊຸມສຳມະນາ “ ສ້າງ ຄວາມໄວ້ເນືອເຊື່ອໃຈຢູ່ ອາຊີ ”
(ພາບ: qdnd.vn)
(vovworld) – ຕອນເຊົ້າວັນທີ 4/12, ຢູ່ຮ່າໂນ້ຍ, ສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ສົມທົບກັບສະຖາບັນຄົ້ນຄວ້າອາຊີຕາເວັນອອກສ່ຽງເໜືອຂຶ້ນກັບສະພາມະຫາບັນດິດວິທະຍາສາດ - ສັງຄົມ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາ “ ສ້າງ ຄວາມໄວ້ເນືອເຊື່ອໃຈຢູ່ ອາຊີ ”. ກ່າວຄຳເຫັນທີ່ພິທີໄຂກອງປະຊຸມສຳມະນາ, ທ່ານ Hiroshi Fukada ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ຖືວ່າ: ຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດມີບົດບາດສຳຄັນ ເພື່ອມີສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ - ປາຊີຟິກ. ໃນສະພາວະປະຈຸບັນສະພາບການພວມມີບັນດາການຜັນແປ່ ແລະ ປ່ຽນແປງອັນໃຫຍ່ຫລວງ, ອາຊຽນ ຄວນເພີ່ມທະວີບົດບາດເປັນໃຈກາງຂອງຕົນກ່ວາອີກ, ໂດຍຜ່ານບັນດາເວທີປາໄສ ແລະ ກົນໄກຮ່ວມມືຫລາຍຝ່າຍ ທີ່ມີຢູ່ແລ້ວ ເພື່ອຊຸກຍູ້ການຮ່ວມມືຢ່າງແທ້ຈິງ, ມຸ່ງໄປເຖິງສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດ. ທ່ານເອກອັກຄະລັດຖະທູດ Hiroshi Fukada ຢືນຢັນວ່າ: ການປົກປັກຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ອາຊີ ແລະ ໃນໂລກ ນັ້ນແມ່ນປະຖົມປັກດໃຈສຳຄັນເພື່ອໃຫ້ການພັດທະນາ, ຈະເລີນຮຸ່ງເຮືອງ ແລະ ວັດທະນາຖາວອນຂອງປະເທດຕ່າງໆໃນໂລກ.