ສ້າງບາດກ້າວໃນການດຶງດູດການລົງທຶນໂດຍກົງ ຈາກຕ່າງປະເທດຢ່າງແຮງ

ສ້າງບາດກ້າວໃນການດຶງດູດການລົງທຶນໂດຍກົງ ຈາກຕ່າງປະເທດຢ່າງແຮງ - ảnh 1
(ພາບປະກອບ)

(vovworld) – ກອງ​ປະຊຸມສຳ​ມະ​ນາ “​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ດຶງດູດ​ການ​ລົງທຶນ​ຈາກ​ບັນດາ​ແຫຼ່ງກຳລັງ​ພາຍ​ນອກ” ​ໂດຍ​ຄະນະ​ເສດຖະກິດ​ສູນ​ກາງ ສົມທົບ​ກັບ​ມະຫາວິທະຍາ​​ໄລ​ເສດຖະກິດ​ນະຄອນ​ໂຮ່ຈິ​ມິນ ຈັດ​ຕັ້ງ​ໃນ​ວັນ​ທີ 20/12, ຢູ່​ນະຄອນ​ໂຮ່ຈິ​ມິນ. ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ຄຸ້ມ​ຄອງ, ນັກ​ຊ່ຽວຊານ, ນັກ​ລົງທຶນ ​ແລະ ວິ​ສາ​ຫະກິດ.

        ກອງ​ປະຊຸມ​ສຳ​ມະ​ນາ​ໃຫ້​ຂໍ້​ສັງ​ເຫດ​ວ່າ ພາຍຫຼັງ​ 25 ປີ​ນັບ​ແຕ່​ເມື່ອ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ ​ໄດ້​ຮັບ​ການ​ປະກາດ​ໃຊ້, ​ຍາມ​ໃດເຂດ​ລົງທຶນ​ຕ່າງປະ​ເທດ (FDI) ກໍ່​ນຳ​ໜ້າ​ກ່ຽວ​ກັບ​ລະດັບ​ການ​ເຕີບ​ໂຕ​ດ້ານ​ອຸດສາຫະກຳ, ​ມີ​ບົດບາດ​ຕັ້ງໜ້າ​ໃນ​ວິວັດ​ການ​ພັດທະ​ນາ ​ແລະ ​ເຊື່ອມ​ໂຍງ​ກັບ​ເສດຖະກິດ​ສາກົນ. ສະ​ເພາະ​ປີ 2013, ຈຳນວນ​ທຶນ​ໂດຍ​ກົງ (FDI) ກວນ​ເອົາ 23% ​ແຫຼ່ງ​ເງິນລົງທຶນ​​ໃຫ້​ແກ່​ສັງຄົມ, ປະກອບ 3,7 ຕື້ USD ​ເຂົ້າ​ງົບປະມານ, ສ້າງ​ວຽກ​​ເຮັດ​ງານ​ທຳ​ໂດຍ​ກົງ​ ​ແລະ ທາງ​ອ້ອມ​ໃຫ້​ຄົນ​ງານ 6 ລ້ານ​ຄົນ. ​ເຖິງ​ວ່າ​ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ​ກໍ່ຕາມ, ​ແຕ່​ການ​ເຄື່ອນ​ໄຫວ FDI ຍັງ​ມີ​ຂໍ້​ຄົງ​ຄ້າງ​ຫຼາຍ​ຢ່າງ. ບັນດາຜູ້​ແທນ​ໄດ້​ສະ​ເໜີຫຼາຍ​ມາດ​ຕະການ​ແກ້​ໄຂ​ເພື່ອ​ແນ​ໃສ່​ດຶງ​ດູດ​ແຫຼ່ງທຶນ FDI ຢ່າງ​ມີ​ປະສິດທິ​ຜົນ, ​ໃນ​ນັ້ນ​​ໄດ້​ສ້າງການ​ຫັນປ່ຽນ​ຢ່າງ​ແຮງ ຈາກ​ການ​ສຸມ​ໃສ່​ປະລິມານ ​ໄປ​ສູ່​ການ​ເລືອກ​​ເຟັ້ນ​ບັນດາ​ໂຄງການ​ທີ່​ມີ​ຄຸນ​ນະພາ​ບສູງ, ​ເຕັກ​ໂນ​ໂລ​ຊີ​ສູງ, ​ບໍ່​ກໍ່​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ, ​ເໝາະ​ສົມ​ກັບ​ແຜນຮ່າງ​ສ້າງ​ໂຄງ​ປະກອບພື້ນຖານ​ເສດຖະກິດ​ຄືນ​ໃໝ່; ສືບ​ຕໍ່​ເປີດ​ປະຕູ​ຕະຫຼາດ​ການ​ເງິນ​ຢ່າງ​ມີ​ປະສິດທິ​ຜົນ; ປະຕິບັດ​ການ​ຄຸ້ມ​ຄອງ​ຕາມ​ກົນ​ໄກ​ການ​ຕະຫຼາດ ​ໂດຍ​ມີ​ການ​ຄວບ​ຄຸມຂອງ​ລັດ.

ຂ່າວ/ບົດ​ອື່ນ