ສ້າງລະບົບຕິດຕາມກວດກາຢູ່ເຂດແຍກຕົວລວມສູນ ແລະ ຄຸ້ມຄອງນັກຂ່ຽວຊານເຂົ້າເມືອງ.

(VOVWORLD) -ຕອນບ່າຍວັນທີ 4 ພຶດສະພາ ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ຕ້ານໂລກລະບາດໂຄວິດ-19 ໂດຍການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ຕ້ານໂລກລະບາດໂຄວິດ-19.
ສ້າງລະບົບຕິດຕາມກວດກາຢູ່ເຂດແຍກຕົວລວມສູນ ແລະ ຄຸ້ມຄອງນັກຂ່ຽວຊານເຂົ້າເມືອງ.  - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ 

ທີ່ກອງປະຊຸມ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ຕ້ານໂລກລະບາດໂຄວິດ-19 ໄດ້ຊີ້ນຳກະຊວງສາທາລະນະສຸກຕ້ອງສົມທົບກັບກະຊວງຖະແຫຼງຂ່າວສື່ສານ ຍູ້ແຮງການນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານເພື່ອເພີ່ມທະວີການຄຸ້ມຄອງ ຕິດຕາມກວດກາບັນດາກໍລະນີທີ່ເປັນເປົ້າໝາຍແຍກຕົວຢ່າງມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ເນັ້ນໜັກວ່າ ບັນດາຜູ້ຄົນຈາກບ່ອນແຍກຕົວທີ່ກັບຄືນສູ່ບ່ອນຢູ່ອາໄສ, ອຳນາດການປົກຄອງທ້ອງຖິ່ນ, ເປັນຕົ້ນແມ່ນກຳລັງຕຳຫຼວດ, ສາທາລະນະສຸກ ຕ້ອງມີຄວາມຮັບຜິດຊອບມອບໃຫ້ແກ່ແຕ່ລະຄອບຄົວ , ບ່ອນຢູ່ອາໄສ ເຜີຍແຜ່ພັນທະຂອງຜູ້ຖືກແຍກຕົວຕ້ອງປະຕິບັດໃນເວລາ 14 ວັນຢ່າງຄົບຖ້ວນ. ສຳລັບ ວິສາຫະກິດທີ່ມີຊ່ຽວຊານມາເຮັດວຽກ ຕ້ອງໝັ້ນໝາຍແນະນຳໃຫ້ນັກຊ່ຽວຊານປະຕິບັດຕາມລະບຽບການປ້ອງກັນ ແລະ ຕ້ານໂຄວິດ-19. 

ຕອບກັບ

ຂ່າວ/ບົດ​ອື່ນ