ສ້າງແຜນຮ່າງພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານ,ສື່ສານຫວຽດນາມສຳເລັດຜົນ
ແຜນຮ່າງພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານ, ສື່ສານ ໄດ້ຮັບການເສີມຂະຫຍາຍຢູ່ ດ່ານັ້ງ
(ພາບ: PV)
(vovworld) – ສິ້ນສຸດປີ 2013, ແຜນຮ່າງພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານ, ສື່ສານ ຫວຽດນາມ ໄດ້ປະຕິບັດສຳເລັດ ພາຍຫຼັງ 7 ປີແຫ່ງການຜັນຂະຫຍາຍຢູ່ບັນດາກະຊວງ, ຂະແໜງການ, ທ້ອງຖີ່ນ, ເພື່ອກຽມພ້ອມໃຫ້ແກ່ການຜັນຂະຫຍາຍລັດຖະບານເອເລັກໂຕນິກຢູ່ ຫວຽດນາມ.
ທ່ານ ຫງວຽນເທ໋ຢູ້ງ, ພະນັກງານທະນາຄານໂລກ, ເປັນຫົວໜ້າຮ່ວມແຜນຮ່າງພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານ, ສື່ສານ ຢູ່ ຫວຽດນາມ, ໃຫ້ຂໍ້ສັງເກດວ່າ:
“ຕາມການຕີລາຄາຂອງພວກຂ້າພະເຈົ້າແລ້ວ, ແຜນຮ່າງພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ, ສື່ສານ ຢູ່ ຫວຽດນາມ ແມ່ນແຜນຮ່າງສຳເລັດຜົນ. ກ່ອນອື່ນໝົດ, ມັນໄດ້ສ້າງພື້ນຖານໂຄງລ່າງກ່ຽວກັບນະໂຍບາຍ, ກ່ຽວກັບແຫຼ່ງຊັບພະຍາກອນມະນຸດກໍ່ຄືພື້ນຖານໂຄງລ່າງດ້ານເຕັກນິກ, ຊ່ວຍໃຫ້ ຫວຽດນາມ ຊຸກຍູ້ການນຳໃຊ້ລັດຖະບານເອເລັກໂຕນິກ. ຄຽງຄູ່ກັນນັ້ນ, ມັນກໍ່ສ້າງພື້ນຖານໂຄງລ່າງຊຸກຍູ້ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານໃນຂົງເຂດເອກະຊົນ.”