ສານຊົມເຊີຍ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ຊູແອັດ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຊູແອັດ (11 ມັງກອນ 1969 – 11 ມັງກອນ 2019), ວັນທີ 11 ມັງກອນ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ສົ່ງຈົດໝາຍອວຍພອນເຖິງພະເຈົ້າຊີວິດຊູແອັດ Carl XVI Gustaf.

ສານຊົມເຊີຍ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ຊູແອັດ - ảnh 1 (ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ)

ໃນຈົດໝາຍອວຍພອນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ເນັ້ນໜັກວ່າ, ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນໃນການປັບປຸງ ແລະ ເປີດກວ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານອັນດີງາມກັບຊູແອັດ, ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມຢູ່ພາກພື້ນເອີລົບເໜືອ…

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍຄວາມສາມາດບົ່ມຊ້ອນຮ່ວມມືອັນໃຫຍ່ຫຼວງ ແລະ ຄວາມຕັດສິນໃຈສູງຂອງການນຳ, ປະຊາຊົນ 2 ປະເທດ, ການພົວພັນລະຫວ່າງຫວຽດນາມ - ຊູແອດ ຈະພັດທະນາຢ່າງບໍ່ຢຸດຢັ້ງ, ເພື່ອຄວາມວັດທະນາຖາວອນຂອງແຕ່ລະປະເທດ, ເພື່ອສັນຕິພາບ, ການຮ່ວມມືຢູ່ພາກພື້ນ ແລະ ໃນໂລກ.

ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຝຸກ ກໍ່ໄດ້ສົ່ງສານອວຍພອນເຖິງທ່ານນາຍົກລັດຖະມົນຕີຊູແອັດ Stefan Löfven ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ