ສານສະຫະລັດຂອງປະທານາທິບໍດີV.Putin

ສານສະຫະລັດຂອງປະທານາທິບໍດີV.Putin - ảnh 1
ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໄດ້​ອ່ານ​ສານສະຫະລັດ​ປະຈຳ​ປີ
(ພາບ: AFP/TTXVN)

(vovworld) - ວັນ​ທີ 12/12, ຢູ່​ວັງ Kremlin, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໄດ້​ອ່ານ​ສານສະຫະລັດ​ປະຈຳ​ປີ ​ແລະ ນີ້​ແມ່ນ​ສານ​ສະຫະລັດ​ຄັ້ງ​ທີ 20 ​ໃນ​ປະຫວັດສາດ​ຂອງ​ປະ​ເທດ ລັດ​ເຊຍ ທັນ​ສະ​ໄໝ ​ແລະ ​ເປັນ​ຄັ້ງ​ທີ 10 ຂອງ​ທ່ານ​ປະທານາທິບໍດີ Putin.

    ​ໃນ​ສານ​ສະບັບ​ນີ້, ການ​ນຳ ລັດ​ເຊຍ ​ເນັ້ນ​ໜັກ​ບາງ​ບັນຫາ​ສຳຄັນ​ໃນ​ນະ​​ໂຍບາຍ​ພົວພັນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຂອງ​ລັດ​ເຊຍ. ກ່ຽວ​ກັບ​ການ​ພົວພັນ​ພາຍ​ໃນ, ທ່ານ​ປະທານາທິບໍດີ Putin ​ເນັ້ນ​ໜັກວ່າ: ມົດ​ສະ​ກູ ຄວນ​ສືບ​ຕໍ່​ປັບປຸງ​ທ່າ​ແຮງ​ກ່ຽວ​ກັບ​ພະລັງງານ, ຮັກສາ​ທີ່​ຕັ້ງ​ບົດບາດ​ການ​ເມືອງ, ​ເພື່ອນຳ​ໜ້າກ່ຽວ​ກັບ​ດ້ານ​ທະຫານ, ​ເສດຖະກິດ, ການ​ເມືອງ, ການ​ຕ່າງປະ​ເທດ​ໃນ​ໄລຍະ​ຫຼັງ ​ໂຊ​ວຽດ​ເກົ່າ, ປັບປຸງ​ກຳລັງ​ບົ່ມ​ຊ້ອນດ້ານ​ປ້ອງ​ກັນ​ປະ​ເທດ ​ເພື່ອ​ເປັນ​ປະຖົມ​ປັດ​ໄຈ​ຮັບປະກັນ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ແລະ ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ. ກ່ຽວ​ກັບ​ນະ​ໂຍບາຍການ​​ຕ່າງປະ​ເທດ, ທ່ານ​ປະທານາທິບໍດີ Putin ​ເນັ້ນ​ໜັກ​ວ່າ: ລັດ​ເຊຍ ບໍ່​ຮັບ​ຮູ້​ການຈັດ​ວາງ​ຈາກ​ພາຍ​ນອກ ​ແລະ ບໍ່​ມີ​ເຈດ​ຈຳນົງ​ຈັດ​ວາງ​ເງື່ອນ​ໄຂ​ກັບ​ບັນດາ​ຄູ່​ຮ່ວມ​ມື, ຖື​ວ່າ: ​ໂລກ​ທັນ​ສະ​ໄໝ​ພວມ​ຮຽກ​ຮ້ອງ​​ຄວາມ​ຮັບຜິດຊອບ​ຂອງ​ລັດ​ເຊຍ, ບໍ່​ພຽງ​ແຕ່​ເປັນ​ປັດ​ໄຈ​ຮັບປະກັນ​ສະຖຽນ​ລະ​ພາບ​ທົ່ວ​ໂລກ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ປະ​ເທດ​ປົກ​ປ້ອງ​​ຫຼັກການ​ຕ່າງໆໃນ​ກາ​ນພົວພັນ​ສາກົນຢ່າງ​ເດັດຂາດ​ອີກ​ດ້ວຍ.

 

ຂ່າວ/ບົດ​ອື່ນ