(vovworld) – ຮອດວັນທີ 7/10, ພາກສ່ວນໜຶ່ງຂອງລັດຖະບານສະຫະລັດ ອາເມລິກາ ທີ່ຖືກປິດປະຕູ ຍ້ອນຂາດງົບປະມານໄດ້ກ້າວເຂົ້າສູ່ອາທິດທີ 2 ແຕ່ສະພາສູງ, ສະພາຕຳ່ ແລະ ອົງການອຳນາດບໍລິຫານຍັງຄົງຮັກສາທັດສະນະຂອງຕົນໄວ້ຄືເກົ່າ. ວິກິດການການເມືອງຢູ ວໍຊິງຕັນ ໄດ້ຫັນຈາກແຜນການໃຊ້ຈ່າຍງົບປະມານເປັນເພດານໜີ້ສິນສາທາລະນະ.
ລັດຖະມົນຕີການເງິນ ອາເມລິກາ ທ່ານ Jack Lew, ກ່າວເຕືອນກ່ຽວກັບບັນດາຜົນຮ້າຍໜັກໜ່ວງຂອງເລື່ອງ ອາເມລິກາ ຖືກລົ້ມລະລາຍຖ້າຫາກຮອດວັນທີ 17/10, ເມື່ອເພດານໜິ້ສິນສາທາລະນະແມ່ນ 16.700 ຕື້ USD ໄດ້ຮອດກຳນົດເວລາແລ້ວແຕ່ສະພາແຫ່ງຊາດບໍ່ອະນຸຍາດໃຫ້ຍົກເພດານໜີ້ສິນຕື່ມອີກ. ທ່ານ Jack Lew ຊຸກຍູ້ຝ່າຍ ສາທາລະນະ ທີ່ສະພາຕຳ່ ລົບລ້າງແນວຄິດພັກຝ່າຍເພື່ອຮັບຮອງເອົາຮ່າງກົດໝາຍກ່ຽວກັບການໃຊ້ຈ່າຍງົບປະມານຊົ່ວຄາວໃຫ້ແກ່ປີ 2014 ເພື່ອແນໃສ່ອະນຸຍາດໃຫ້ລັດຖະບານສະຫະລັດເປີດປະຕູເຄື່ອນໄຫວຄືນໃໝ່, ຫຼັງຈາກນັ້ນຮັບຮອງເອົາຮ່າງກົດໝາຍຍົກເພດານໜິ້ສິນ ອະນຸຍາດໃຫ້ກະຊວງການເງິນສືບຕໍ່ມີສິດກູ້ຢືມເງິນເພື່ອໃຊ້ຈ່າຍໃຫ້ແກ່ການເຄື່ອນໄຫວຂອງບັນດາກະຊວງ, ຂະແໜງການ.