ສຳເລັດບັນດາຂັ້ນຕອນສຸດທ້າຍເພີ່ອ ຍິງດາວທຽມ Vinasat 2

ສຳເລັດບັນດາຂັ້ນຕອນສຸດທ້າຍເພີ່ອ ຍິງດາວທຽມ Vinasat 2 - ảnh 1
ດາວ​ທຽມ Vinasat 2 ຂອງຫວຽດນາມ
( ພາບຈາກອີນເຕີແນດ )


( vovworld ) –   ຕາມ​ບໍລິສັດ​ຂົນສົ່ງ​ການບິນ​ອະວະກາດ​ເອີ​ລົບ ( Arianespace ), ລູກ​ສອນ​​ໄຟ​ Ariane 5 ສົ່ງດາວ​ທຽມ Vinasat 2 ຂອງຫວຽດນາມ ​ໄດ້​ກຽມພ້ອມ​ຕິດ​ຕັ້ງ​ໃສ່ຖານທີ່​ຍິງ​ແລ້ວ. ລູກ​ສອນ​​ໄຟ​​ໄດ້​ຖືກ​ຕິດ​ຕັ້ງຢູ່​ສະ​ໜາມ​ບິ່ນ​ອະວະກາດ​ເອີ​ລົບ​ ໃນ​ເກາະ Guiana ຂຶ້ນ​ກັບປະ​ເທດ​ຝລັ່ງ ​ໃນ​ຄໍ່າ​ຄືນ​ວັນ​ທີ 14/5 ຕາມ​ເວລາ​ຫວຽດນາມ. ​​ເຫດ​ການນີ້ໄດ້​ເປັນ​ຂີດ​ໝາຍບາດກ້າວ​ກະກຽມ​ສຸດ​ທ້າຍ​ຂອງ​ການ​ຍິງ​ດາວ​ທຽມ​ໄດ້​ຮັບ​ການປະຕິບັດ​ສຳ​ເລັດ​ແລ້ວ. ​ໂມງນັບ​ເວລາ​ເຖິງ​ຂະນະຍິງ​ດາວ​ທຽມກໍ​ໄດ້​ເລີ່​ມ​ເຄື່ອນ​ໄຫວ​ແລ້ວ. ຄາດ​ວ່າ, ການກະ​ກຽມ ​ແລະ ​ຍິງ​ດາວ​ທຽມຈະ​ດຳ​ເນີນ​​ໃຊ້​ເວລາ 2 ຊົ່ງ​ໂມງ, ​ເຊິ່ງ​ເລີ່​ມ​ແຕ່ 5 ​ໂມງ 13 ນາທີ ຕອນ​​ເຊົ້າ​ວັນ​ທີ 16/5 ຕາມ​ເວລາຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ