ທ່ານ Ahn Jong-beom ອະດີດເລຂາຂອງທ່ານ
ນາງປະທານາທິບໍດີ ສ.ເກົາຫຼີ Park Geun-hye
(ພາບ: AP)
(vovworld) - ທ່ານ Ahn Jong-beom ອະດີດເລຂາຂອງທ່ານນາງປະທານາທິບໍດີ ສ.ເກົາຫຼີ Park Geun-hye ໄດ້ຖືກຈັບຕົວຢ່າງເປັນທາງການໃນຕອນເຊົ້າວັນທີ 06/11 ພາຍຫລັງທ່ານ Ahn Jong-beom ລາອອກຈາກຕຳແໜ່ງໃນຕົ້ນອາທິດ ໂດຍ ມີສ່ວນກ່ຽວຂ້ອງເຖິງເຫດການການເມືອງ ທີ່ກ່ຽວຂ້ອງເຖິງສ່ຽວຮັກຂອງທ່ານນາງ Park. ສຳນັກຂ່າວສານ Yonhap ໃຫ້ຂ່າວວ່າ ສານເມືອງສູນກາງ ເຊີອູນ ໄດ້ອອກຄຳສັ່ງຈັບຕົວທ່ານ Ahn Jong-beom ອະດີດເປັນເລຂາຮັບຜິດຊອບບັນຫາສົມທົບນະໂຍບາຍຂອງທ່ານນາງປະທານາທິບໍດີ Park Geun-hye ໂດຍສົງໄສທ່ານ Ahn Jong-beom ສວຍໃຊ້ສິດອຳນາດ. ບັນດາເຈົ້າໜ້າທີ່ໄອຍະການສົງໄສທ່ານ Ahn Jong-beom ໄດ້ສົມຮູ້ຮ່ວມຄິດກັບທ່ານນາງ Choi Soon-sil, ສ່ຽວຮັກຂອງທ່ານນາງ Park Geun-hye ແລະ ແມ່ນບຸກຄົນຕົ້ນຕໍຂອງເຫດການສັບສົນດ້ານການເມືອງນີ້.