ສ.ເກົາຫຼີຢັ້ງຢືນເລື່ອງພົນລະເມືອງປະເທດນີ້ຖືກສປປ.ເກົາຫຼີ ຈັບຕົວ

ສ.ເກົາຫຼີຢັ້ງຢືນເລື່ອງພົນລະເມືອງປະເທດນີ້ຖືກສປປ.ເກົາຫຼີ ຈັບຕົວ - ảnh 1
(ພາບປະກອບຈາກອີນເຕີແນັດ)

​(vovworld) – ສ.​ເກົາຫຼີ ຢັ້ງຢືນ​​ເລື່ອງ​ສປປ.​ເກົາຫຼີ ຈັບ​ຕົວ Joo Won Moon, ອາຍຸ 21 ປີ, ​ເປັນພົນ​ລະ​ເມືອງຂອງ​ສ.​ເກົາຫຼີ ຖື​ບັດ​ຂຽວ​ຂອງ​ອາ​ເມ​ລິ​ກາ. ​ແຕ່​ວ່າ, ​ເຊີ​ອຸ່ນ ຍັງ​ບໍ່​ທັນ​ຮູ້​ວ່າ​ຜູ້​ນີ້​ໄດ້ຕັ້ງ​ໃຈ​​ແຊກ​ຊຶມເຂົ້າສປປ.​ເກົາຫຼີ ຢ່າງ​ຜິດ​ກົດໝາຍ​ຫຼື​ບໍ່. ວັນ​ທີ 03/05, ​ເຈົ້າ​ໜ້າ​ທີ່​ບໍ່​ເຜີຍ​ຊື່​ຂອງ​ກະຊວງ​ເອກະ​ພາບ​ສ.​ເກົາຫຼີ ຢືນຢັນ​ວ່າ, ອົງການ​ດັ່ງກ່າວ​ພວມ​ຊອກ​ຫາ​ວິທີ​ຮັບ​ເອົາ​ຂໍ້​ມູນ​ກ່ຽວ​ກັບ​ການ​ໄປມາ​ຂອງ Joo Won Moon ກໍ່​ຄື​​ເຫດຜົນ​ທີ່​ຖືກ​ສປປ.​ເກົາຫຼີ ຈັບ​ຕົວ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 02/05, ສຳນັກ​ຂ່າວສານ​ສູນ​ກາງ​ສປປ.​ເກົາຫຼີ (KCNA) ​ໃຫ້​ຮູ້​ວ່າ, Joo Won Moon ຖືກ​ຈັບ​ຕົວ​ໃນ​ວັນ​ທີ 22/04, ພາຍຫຼັງ​ຊອກ​ຫາ​ວິທີ​​ແຊກ​ຊຶມ​ເຂົ້າສປປ.​ເກົາຫຼີ ຢ່າງ​ຜິດ​ກົດໝາຍ​ໂດຍ​ຂ້າມຜ່ານ​ແມ່​ນ້ຳ Yalu. KCNA ​ໃຫ້​ຮູ້​ວ່າ, ໃນ​ເວລາ​ຖືກ​ວົງ​ການ​ເຈົ້າ​ໜ້າ​ທີ່​ປະ​ເທດ​ນີ້ສໍ້​ຖາມ, Joo Won Moon ​​ຍອມ​ຮັບ​ໄດ້​ລະ​ເມີດ​ກົດໝາຍ​ຂອງ​ສປປ.​ເກົາ​ຫຼີ ​.

ຂ່າວ/ບົດ​ອື່ນ