ສ.ເກົາຫຼີສືບຕໍ່ຮຽກໂຮມເຈົ້າໜ້າທີ່ການທູດຈີນເພື່ອຄັດຄ້ານກ່ຽວກັບກໍລະນິກ່ຳປັ່ນຕຳກັນ ວັນສຸກ ທີ 14 ຕຸລາ ຄ.ສ. 2016 | 13:52:43 ກຳລັງປ້ອງກັນຝັ່ງທະເລ ສ. ເກົາຫຼີ ຈັບບັນດາກ່ຳປັ່ນຫາປາຂອງ ຈີນ ຫາປາຢ່າງຜິດກົດໝາຍເມື່ອເດືອນ 6/2016 (ພາບປະກອບຈາກ:AFP) (vovworld) – ວັນທີ 13/10, ສຳນັກຂ່າວສານ Yonhap ໃຫ້ຮູ້ວ່າ: ກະຊວງການຕ່າງປະເທດ ສ. ເກົາຫຼີ ໄດ້ຮຽກໂຮມເຈົ້າໜ້າທີ່ການທູດຂອງສະຖານທູດ ຈີນ ປະຈຳ ປະເທດນີ້ ມາເພື່ອຄັດຄ້ານຢ່າງເປັນທາງການໃນກໍລະນີທີ່ ເຊີອູນ ຖືວ່າ ກ່ຳປັ່ນຫາປາຂອງ ຈີນ “ໄດ້ຕັ້ງໃຈຕຳໃສ່ກ່ຳປັ່ນຂອງກຳລັງປ້ອງກັນຝັ່ງທະເລ ສ. ເກົາຫຼີ ຈົມນ້ຳ ໃນວັນທີ 7/10 ຜ່ານມາ”. Yonhap ໄດ້ຄັດສະເໜີຄຳເວົ້າຂອງລັດຖະມົນຕີກະຊວງການຕ່າງປະເທດ ສ. ເກົາຫຼີ ທ່ານ Yun Byung – see ຂອງວາລະປະຊຸມໃນວັນດຽວກັນທີ່ສະພາແຫ່ງຊາດ ໂດຍໃຫ້ຮູ້ວ່າ: ສ. ເກົາຫຼີ ໄດ້ຮຽກໂຮມເຈົ້າໜ້າທີ່ຂັ້ນສູງຂອງ ຈີນ ປະຈຳ ເຊີອູນ ມາເພື່ອແນະນຳກ່ຽວກັບທັດສະນະຂອງລັດຖະບານ ສ. ເກົາຫຼີ. ເຊີອູນ ຮຽກຮ້ອງໃຫ້ ປັກກິ່ງ ຈົ່ງມີການກະທຳເພື່ອສືບສວນ, ຈັບຕົວ ແລະ ລົງໂທດບັນດາບຸກຄົນທີ່ກ່ຽວຂ້ອງ. ທ່ານ Yun Byung – see ໃຫ້ຮູ້ວ່າ: ສ. ເກົາຫຼີ ຈະພິຈາລະນາບັນດາມາດຕະການເພີ່ມເຕີມຢ່າງຮອບດ້ານໃຫ້ແກ່ກຳລັງປ້ອງກັນຝັ່ງທະເລ ແລະ ກະຊວງການຕ່າງປະເທດຂອງປະເທດນີ້ ພາຍຫຼັງທີ່ພິຈາລະນາກະທົບຄຳຕອບຂອງ ປັກກິ່ງ ສຳລັບບັນດາຂໍ້ສະເໜີດັ່ງກ່າວຂອງ ເຊີອູນ. ນີ້ແມ່ນຄັ້ງທີ 3 ທີ່ຝ່າຍ ສ. ເກົາຫຼີ ໄດ້ຮຽກໂຮມເຈົ້າໜ້າທີ່ການທູດຂັ້ນສູງຂອງ ຈີນ ມາເພື່ອຄັດຄ້ານກ່ຽວກັບເຫດການດັ່ງກ່າວ. Tag vovworld ກອງທັບ ຂ່າວ/ບົດອື່ນ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະເຈລະຈາກັບບັນດາການນຳ ກຸຍບາ ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢ້ຽມຢາມທາງລັດຖະກິດ ກຸຍບາ ຢ່າງເປັນທາງການ ແລະ ດຳເນີນການພົບປະເຈລະຈາຂັ້ນສູງ ADB ອະນຸມັດຜ່ານບ້ວງເງິນຊ່ວຍເຫຼືອ 2 ລ້ານ USD ເພື່ອຊ່ວຍ ຫວຽດນາມ ຮັບມືກັບໄພທຳມະຊາດຍ້ອນພາຍຸ Yagi ການເລືອກຕັ້ງຢູ່ ອາເມລິກາ 2024: ທ່ານນາງ K. Harris ພວມມີທ່າໄດ້ປຽບຕໍ່ທ່ານ D.Trump ຢູ່ລັດທີ່ລົງຫາສຽງເລືອກຕັ້ງ Michigan ແລະ Pennsylvania
ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢ້ຽມຢາມທາງລັດຖະກິດ ກຸຍບາ ຢ່າງເປັນທາງການ ແລະ ດຳເນີນການພົບປະເຈລະຈາຂັ້ນສູງ
ການເລືອກຕັ້ງຢູ່ ອາເມລິກາ 2024: ທ່ານນາງ K. Harris ພວມມີທ່າໄດ້ປຽບຕໍ່ທ່ານ D.Trump ຢູ່ລັດທີ່ລົງຫາສຽງເລືອກຕັ້ງ Michigan ແລະ Pennsylvania
ກອງປະຊຸມລັດຖະມົນຕີຄັ້ງທີ 18 ຫວຽດນາມ - ສິງກະໂປ - ເປີດກວ້າງການຮ່ວມມືໃນຂົງເຂດພະລັງງານສະອາດ
ກຳປູເຈຍ, ລາວ, ຫວຽດນາມ ເນັ້ນໜັກເຖິງຄຸນຄ່າຍຸດທະສາດຂອງນ້ຳໃຈສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ