ສ.ເກົາຫຼີ ພ້ອມແລ້ວທີ່ຈະເຈລະຈາກັບຍີ່ປຸ່ນ ກ່ຽວກັບບັນຊີລາຍຊື່ຂາວ

(VOVWORLD) -ຄາດວ່າ, ໃນເດືອນ ກັນຍາ ນີ້, ສ.ເກົາຫຼີ ຈະນຳຍີ່ປຸ່ນ ອອກຈາກ “ບັນຊີລາຍຊື່ຂາວ”

ວັນທີ 17 ສິງຫາ, ທ່ານລັດຖະມົນຕີການຄ້າສ.ເກົາຫຼີ Sung Yun mo ໃຫ້ຮູ້ວ່າ, ເຊີອູ່ນ ໄດ້ແຈ້ງລ່ວງໜ້າໃຫ້ໂຕກຽວ ຊາບກ່ຽວກັບແຜນການນຳຍີ່ປຸ່ນ ອອກຈາກບັນຊີລາຍຊື່ກ່ຽວກັບບັນດາຄູ່ຮ່ວມມືດ້ານຄ້າທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ພ້ອມແລ້ວທີ່ຈະເຈລະຈາກັບຍີ່ປຸ່ນ ຕື່ມອີກຖ້າມີຄວາມຈຳເປັນ. ກ່ອນໜ້ານັ້ນ, ວັນທີ 15 ສິງຫາ, ທ່ານລັດຖະມົນຕີກະຊວງອຸດສາຫະກຳຍີ່ປຸ່ນ Hiroshige Seko ໃຫ້ຮູ້ວ່າ, ປະເທດນີ້ໄດ້ສະເໜີໃຫ້ສ.ເກົາຫຼີ ອະທິບາຍຢ່າງຈະແຈ້ງກວ່າກ່ຽວກັບເຫດຜົນທີ່ສ.ເກົາຫຼີ ນຳຍີ່ປຸ່ນ ອອກຈາກບັນຊີລາຍຊື່ບັນດາຄູ່ຮ່ວມມືທີ່ໄດ້ຮັບການບຸລິມະສິດດ້ານການຄ້າ. ເຖິງຢ່າງໃດກໍ່ຕາມ, ເຈົ້າໜ້າທີ່ຂັ້ນສູງທ່ານນີ້ໃຫ້ຮູ້ວ່າ, ຍີ່ປຸ່ນ ບໍ່ມີແນວຄິດຊອກຫາບັນດາການເຈລະຈາ 2 ຝ່າຍ ແລະ ເວົ້າວ່າ “ນັ້ນບໍ່ແມ່ນບັນຫາທີ່ສາມາດແກ້ໄຂໄດ້ ຫຼື ປ່ຽນແປງໄດ້ຜ່ານບັນດາການທາບທາມຄວາມເຫັນ”.

        ຄາດວ່າ, ໃນເດືອນ ກັນຍາ ນີ້, ສ.ເກົາຫຼີ ຈະນຳຍີ່ປຸ່ນ ອອກຈາກ “ບັນຊີລາຍຊື່ຂາວ” ລວມມີ 29 ປະເທດໄດ້ຮັບບຸລິມະສິດກ່ຽວກັບລະບຽບການສົ່ງອອກ ແລະ ຈັດຍີ່ປຸ່ນ ເຂົ້າບັນຊີລາຍຊື່ໃໝ່ອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ