ສ.ເກົາຫຼີ ແລະ ຈີນ ໃຫ້ຄຳໝັ້ນສັນຍາຊຸກຍູ້ ການຮ່ວມມື
(ພາບປະກອບ)
(vovworld) – ວັນທີ 04/02, ທ່ານນາງປະທານາທິບໍດີສ.ເກົາຫຼີ Park Geun hye ແລະ ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດຈີນ ຈາງວານແຈ໋ວນ ພວມຢູ່ຢ້ຽມຢາມປະເທດນີ້ ໄດ້ໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນ 2 ຝ່າຍ. ທ່ານນາງ Park Geun hye ຢືນຢັນວ່າ, ເຊີອຸ່ນ ແລະ ປັກກິງ ພວມປັບປຸງການພົວພັນມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ທ່ານນາງໃຫ້ຮູ້ວ່າ, ເຊີອຸ່ນ ພ້ອມແລ້ວທີ່ຈະຊຸກຍູ້ການພົວພັນລະຫວ່າງສ.ເກົາຫຼີ - ຈີນ ເພື່ອແນໃສ່ຮັກສາສະຖຽນລະພາບ ແລະ ສັນຕິພາບໃນແຫຼມເກົາຫຼີ ຜ່ານການປະຕິບັດຂໍ້ຕົກລົງຮ່ວມມື ແລະ ສັນຕິພາບອາຊີຕາເວັນອອກສ່ຽງເໜືອ.
ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດຈີນ ຈາງວານແຈ໋ວນ ເນັ້ນໜັກວ່າ, ປັກກິງ ມີຄວາມວິຕົກກັງວົນກ່ຽວກັບສະພາບການໃນແຫຼີມເກົາຫຼີ ແລະ ປາດຖະໜາວ່າ, ບັນດາຝ່າຍທີ່ກ່ຽວຂ້ອງແລກປ່ຽນຢ່າງຕັ້ງໜ້າເຊິ່ງກັນ ແລະ ກັນ, ເພື່ອເຊື່ອມຕໍ່ການເຈລະຈາ 6 ຝ່າຍກ່ຽວກັບໂຄງການນິວເຄຼຍຂອງພຽງຢາງ ໂດຍໄວ.