(VOVWORLD) - ໃນບົດກ່າວປາໄສຢູ່ນະຄອນຫຼວງເຊີອູນ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ເນັ້ນໜັກວ່າ ການເຈລະຈາກັບ ສປປ.ເກົາຫຼີ ຍັງບໍ່ທັນສຳເລັດເທື່ອ
ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in (ພາບ: Yonhap/TTXVN)
ວັນທີ 25 ຕຸລາ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ປະກາດວ່າ ຈົນຮອດທ້້າຍອາຍຸການໃນເດືອນພຶດສະພາປີ 2022, ອຳນາດການປົກຄອງປະເທດນີ້ ຈະສືບຕໍ່ໄປຕາມເສັ້ນທາງສັນຕິພາບ ແລະ ວັດທະນາຖາວອນໃນແຫຼມເກົາຫຼີ ຜ່ານການເຈລະຈາ ແລະ ການພົວພັນທາງການທູດກັບ ສປປ.ເກົາຫຼີ.
ໃນບົດກ່າວປາໄສຢູ່ນະຄອນຫຼວງເຊີອູນ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ເນັ້ນໜັກວ່າ ການເຈລະຈາກັບ ສປປ.ເກົາຫຼີ ຍັງບໍ່ທັນສຳເລັດເທື່ອ ແລະ ຢືນຢັນວ່າ ຈະພະຍາຍາມເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍໃໝ່ ໃຫ້ແກ່ພື້ນຖານສັນຕິພາບ ແລະ ວັດທະນາຖາວອນໃນແຫຼມເກົາຫຼີ.