(VOVWORLD) - ສ່ວນທ່ານລັດຖະມົນຕີ Song Young – moo ຢັ້ງຢືນ ສ. ເກົາຫຼີ ຖືເປັນສຳຄັນທີ່ຕັ້ງ, ບົດບາດໃຈກາງຂອງ ຫວຽດນາມ ໃນ ອາຊຽນ ກໍ່ຄືຢູ່ພາກພື້ນ ອາຊີຕາເວັນອອກ.
ຕອນເຊົ້າວັນທີ 4 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເຈລະຈາກັບທ່ານ Song Young – moo, ລັດຖະມົນຕີກະຊວງປ້ອງກັນປະເທດ ສ. ເກົາຫຼີ ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 4 – 5 ມິຖຸນາ 2018. ທ່ານລັດຖະມົນຕີ ໂງຊວນລີກ ສະແດງການສະໜັບສະໜູນການປອດນິວເຄຼຍໃນແຫຼມ ເກົາຫຼີ, ຢັ້ງຢືນຖືເປັນສຳຄັນການພັດທະນາການພົວພັນເປັນປົກກະຕິ, ຍາວນານກັບ ສ ເກົາຫຼີ. ສ່ວນທ່ານລັດຖະມົນຕີ Song Young – moo ຢັ້ງຢືນ ສ. ເກົາຫຼີ ຖືເປັນສຳຄັນທີ່ຕັ້ງ, ບົດບາດໃຈກາງຂອງ ຫວຽດນາມ ໃນ ອາຊຽນ ກໍ່ຄືຢູ່ພາກພື້ນ ອາຊີຕາເວັນອອກ. ສ. ເກົາຫຼີ ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ ແລະ ຄວາມເສລີໃນການໄປມາ, ການເດີນທະເລ, ການບິນໃນພາກພື້ນ.
ໃນຂອບເຂດການຢ້ຽມຢາມ ຫວຽດນາມ, ຄະນະຜູ້ແທນການທະຫານຂັ້ນສູງກະຊວງປ້ອງກັນປະເທດ ສ. ເກົາຫຼີ ໄດ້ໄປວາງພວງມາລາ ອາໄລຫາປະທານ ໂຮ່ຈີມິນ, ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.