ຫນັງສືພິມອີຕາລີຍ້ອງຍໍ ບັນດາຫາດຊາຍທະເລ ສວຍງາມຂອງຫວຽດນາມ
ເກາະຟູກວກ
(ພາບ: ຂ່າວສານຫວຽດນາມ)
(vovworld)- ພາຍໃຕ້ຫົວຂໍ້: “ຫວຽດນາມ, ຫາດຊາຍທະເລແຫ່ງສຸດທ້າຍ“, ຄໍລຳທ່ອງທ່ຽວຂອງໜັງສືພິມລາຍວັນອັນດັບ 1 ຂອງອີຕາລີ La Repubblica ໄດ້ຍ້ອງຍໍບາງຫາດຊາຍທະເລທີ່ສວຍງາມທີ່ສຸດຂອງຫວຽດນາມ, ໃນນັ້ນມີເກາະຟູກວກ. ບົດຂຽນໄດ້ພັນລະນາຟູກວກແມ່ນ “ສະຫວັນແຫ່ງນ້ອຍ“ ໃຫ້ແກ່ແຂກທ່ອງທ່ຽວ ດ້ວຍ “ບັນດາຫາດຊາຍທະເລຫວ່າງເປົາ, ທຳມະຊາດສວຍງາມ ແລະ ລາຄາແກ່ງແຍ້ງ“. ໃນບົດຂຽນຍາວ, La Repubblica ໄດ້ຢັ້ງຢືນວ່າ: 1 ໃນບັນດາແຫ່ງທີ່ແຂກທ່ອງທ່ຽວອີຕາລີ ຄວນມາຢ້ຽມຢາມ ນັ້ນແມ່ນບັນດາຫາດຊາຍທະເລຢູ່ ແຫຼມມຸຍແນ. ບົດຂຽນຍັງແນະນຳໃຫ້ຜູ້ອ່ານບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ມໍ່ກັບ ແຫຼມມຸຍແນ ຄືແຫຼມເກກາ. ໃນຄໍລຳທ່ອງທ່ຽວນີ້, La Repubblica ຍັງແນະນຳບັນດາຫາດຊາຍທະເລທີ່ມີຊື່ສຽງອື່ນຂອງຫວຽດນາມຢູ່ ໂກນດາວ ແລະ ດ່ານັງ ອີກດ້ວຍ./.