(vovworld)- ວັນທີ 28/11, ຫນັງສືພິມ Clarin ຂອງອັກຊັງຕີນ ໄດ້ລົງພິມບົດຂຽນ ທີ່ມີຫົວຂໍ້ວ່າ “ກະສິກຳຫວຽດນາມ ພັດທະນາ”, ໂດຍຍ້ອງຍໍບັນດາຜົນງານ ກໍຄືບັນດາແງ່ຫວັງແຫ່ງການພັດທະນາຂອງ ກະສິກຳ ຫວຽດນາມ ໃນອະນາຄົດ. ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ຈະແມ່ນປະເທດໄດ້ຮັບຜົນປະໂຫຍດຫລາຍກວ່າໝູ່ຈາກ ສັນຍາຄູ່ຮ່ວມມືຂ້າມປາຊີຟີກ TPP ໃນຈຳນວນ 12 ປະເທດສະມາຊິກ ແລະ ໃນທົດສະວັດຈະມາເຖິງ ຂະແຫນງກະສິກຳນີ້ຈະບັນລຸການເຕີບໂຕ 11%, ວົງເງິນສົ່ງອອກເພີ່ມຂຶ້ນ 28%. ຫນັງສືພິມດັ່ງກ່າວ ກໍຄາດຄະເນວ່າ ເມື່ອເຂົ້າຮ່ວມສັນຍາ TPP ຫວຽດນາມ ບໍ່ພຽງແຕ່ໄດ້ຮັບຜົນປະໂຫຍດຈາກການຫລຸດຜ່ອນ ແລະ ຍົກເວັ້ນພາສີສົ່ງອອກເຂົ້າບັນດາປະເທດສະມາຊິກເທົ່ານັ້ນ ຫາກຍັງແມ່ນກາລະໂອກາດເພື່ອດຶງດູດການລົງທຶນຂອງຕ່າງປະເທດ, ພິເສດແມ່ນມາຈາກຈີນ ເຂົ້າບັນດາຂົງເຂດຄື: ຕ່ຳແຜ່ນຕັດຫຍິບ ແລະ ອຸປະກອນກິລາ.