ຫວຽດນາມຄັດຄ້ານແຜນການຊ້ອມຮົບ ດ້ວຍລູກປຶນແທ້ຂອງໄຕ້ຫວັນ ຢູ່ເກາະ ບາບິ່ງຂອງຫວຽດນາມ

ຫວຽດນາມຄັດຄ້ານແຜນການຊ້ອມຮົບ ດ້ວຍລູກປຶນແທ້ຂອງໄຕ້ຫວັນ ຢູ່ເກາະ ບາບິ່ງຂອງຫວຽດນາມ - ảnh 1
( ເກາະ​ບາ​ບິ່ງ, ຂຶ້ນ​ກັບ​ໝູ່​ເກາະ​ເຈື່ອງ​ຊາ ຂອງ​ຫວຽດນາມ )

(vovworld) -     ວັນ​ທີ 23/8, ​ເມື​່ອຕອບ​ຄຳ​ຖາມ​ຂອງນັກ​ຂ່າວ​ກ່ຽວ​ກັບ​ປະຕິ​ກິລິຍາ​ຂອງ​ຫວຽດນາມ ຕໍ່​ຖະ​ແຫຼ​ງການ​ເມື່ອ​ວັນ​ທີ 20/8 ຂອງ​ຝ່າຍ​ໄຕ້​ຫວັນ​ທີ່​ຈະ​ຊ້ອມ​ຮົບ​ດ້ວຍ​ການ​ຍິງລູກ​ປຶ​ນ​ແທ້​ຢູ່​ເກາະ​ບາ​ບິ່ງ, ຂຶ້ນ​ກັບ​ໝູ່​ເກາະ​ເຈື່ອງ​ຊາ ຂອງ​ຫວຽດນາມ ​ໃນ​ວັນ​ທີ 1/9 ທີ່​ຈະ​ມາ​ເຖິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽ​ດນາມ Luong Thanh Nghi ຊີ້​ແຈ້ງວ່າ.

“ພວກ​ຂ້າພະ​ເຈົ້າ​ຄັດຄ້ານ​ແຜນການ​ດັ່ງກ່າວ​ຂອງ​ຝ່າຍ​ໄຕ້​ຫວັນ. ​ໄຕ້ຫວັນ ຈັດ​ຕັ້ງ​ການ​ຍິງລູກ​ປຶ​ນ​ແທ້​ຢູ່​ເກາະ​ບາ​ບິ່ງ, ຂຶ້ນ​ກັບ​ໝູ່​ເກາະ​ເຈື່ອງ​ຊາ ຂອງ​ຫວຽດນາມ ​ແມ່ນ​ການ​ກະທຳ​ລະ​ເມີດ​ກົດໝາຍຢ່າງ​ຮ້າຍ​ແຮງ​ເຖິງ​ອະທິປະ​ໄຕ​ຂອງ​ຫວຽ​ດນາມ, ນາບ​ຂູ່​ຄວາມສັນຕິພາບ, ສະຖຽນລະ​ພາບ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ​​ເຮັດ​ໃຫ້ສະພາບ​ການ​ຢູ່​ທະ​ເລ​ຕາວັນ​ອອກ ​ເພີ່ມ​ຄວາມ​ເຄັ່ງ​ຕຶງ ​ແລະ ສັບສົນ​ຂຶ້ນ​ຕື່ມ. ພວກ​ຂ້າພະ​ເຈົ້າ​ສະ​ເໜີຝ່າຍ​ໄຕ​້ຫວັນ ຍຸບ​ເລີກ​ແຜນການ​ດັ່ງກ່າວ​ໂດຍ​ທັນ​ທີ່.”

ຂ່າວ/ບົດ​ອື່ນ