ຫວຽດນາມຈັດງານບຸນທ່ອງທ່ຽວ - ວັດທະນະທຳຫວຽດນາມ ຢູ່ສ.ເກົາຫຼີ

(VOVWORLD) -ວັນທີ 14 ທັນວາ, ຢູ່ນະຄອນຫຼວງເຊີອຸ່ນ, ປະເທດສ.ເກົາຫຼີ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳສ.ເກົາຫຼີ ຈັດງານບຸນທ່ອງທ່ຽວ - ວັດທະນະທຳຫວຽດນາມ ປີ 2017 ຢູ່ສ.ເກົາຫຼີ ແລະງານລ້ຽງຂ່ຳນັບຊົມເຊີຍ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ສ.ເກົາຫຼີ (22 ທັນວາ 1992 – 22 ທັນວາ 2017).

ຫວຽດນາມຈັດງານບຸນທ່ອງທ່ຽວ - ວັດທະນະທຳຫວຽດນາມ ຢູ່ສ.ເກົາຫຼີ - ảnh 1 ງານລ້ຽງຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 25 ປີແຫ່ງວັນ

ສ້າງຕັ້ງການພົວພັນທາງການທູດຫວຽດນາມ - ສ.ເກົາຫຼີ

(ພາບ: TTXVN)

ກ່າວຄຳເຫັນທີ່ພິທີໄຂ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າອຳນາດການປົກຄອງສ.ເກົາຫຼີ, ຄະນະທູຕານຸທູດປະຈຳເຊີອຸ່ນ ແລະ ບັນດາບໍລິສັດທ່ອງທ່ຽວສ.ເກົາຫຼີ, ທ່ານ ຫງວຽນຫງອກທ້ຽນ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຊື່ອໝັ້ນວ່າ, ເຫດການນີ້ຈະສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຢ່າງແໜ້ນແຟ້ນທາງດ້ານວັດທະນະທຳ, ທ່ອງທ່ຽວເວົ້າສະເພາະ, ກໍ່ຄືປັບປຸງ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງລັດຖະບານ ແລະ ປະຊາຊົນ 2 ປະເທດຫວຽດນາມ - ສ.ເກົາຫຼີ ເວົ້າລວມ.

        ພາຍຫຼັງພິທີໄຂງານບຸນທ່ອງທ່ຽວ - ວັດທະນະທຳ  ແມ່ນງານລ້ຽງຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ