ຫວຽດນາມຈະເປັນເຈົ້າພາບຈັດຕັ້ງກອງປະຊຸມເວທີປາໄສຄົນພິການພາກພື້ນອາຊີປາຊີຝິກປີ 2014
ການປະຊຸມຂ່າວໃນວັນທີ 21/11
(ພາບ: laodong.com.vn)
(vovworld) - ກອງປະຊຸມເວທີປາໄສຄົນພິການພາກພື້ນອາຊີປາຊີຝິກ (APDF) ປີ 2014 ໂດຍສະຫະສະມາຄົມຄົນພິການຫວຽດນາມ ແລະ ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຈັດຕັ້ງຂຶ້ນ, ຈະດຳເນີນແຕ່ວັນທີ 26-29/11. ກອງປະຊຸມເພື່ອແນໃສ່ຊຸກຍູ້ການປະຕິບັດສິດຂອງຄົນພິການຢູ່ບັນດາປະເທດໃນພາກພື້ນອາຊີ ປາຊີຝິກ, ແລະ ຍົກສູງຄວາມຮັບຮູ້ໃນທົ່ວສັງຄົມ. ມີຄົນພິການປະມານ 500 ຄົນ, ໃນນັ້ນມີຄົນພິການຕ່າງປະເທດ 300 ຄົນທີ່ມາຈາກ 42 ປະເທດຈະເຂົ້າຮ່ວມກອງປະຊຸມ.
ທີ່ການປະຊຸມຂ່າວໃນຕອນເຊົ້າວັນທີ 21/11, ທ່ານນາງ ດັ້ງຮີ່ວນມາຍ, ປະທານສະຫະສະມາຄົມຄົນພິການຫວຽດນາມ, ໃຫ້ຮູ້ວ່າ, ພ້ອມກັບການເຄື່ອນໄຫວຕົ້ນຕໍຂອງເວທີປາໄສ, ຄະນະຈັດຕັ້ງກອງປະຊຸມຈະຈັດຕັ້ງການເຄື່ອນໄຫວຕ່າງໆຢູ່ນອກກອງປະຊຸມຕື່ມອີກຄື: ງານວາງສະແດງແນະນຳການເຄື່ອນໄຫວຂອງອົງການຄົນພິການຕ່າງໆ, ຈັດການທ່ອງທ່ຽວເພື່ອແນໃສ່ໂຄສະນາກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ, ລາຍການຍ່າງຕອບສະໜອງວັນສາກົນຄົນພິການ; ຈັດຮອບຊິງຊະນະເລີດໃນງານປະກວດສຽງເພງຄົນພິການຫວຽດນາມ.