ຫວຽດນາມຊົມເຊີຍຄວາມມານະພະຍາຍາມສັນຕິພາບຍາວນານໃນແຫລມເກົາຫລີ

(VOVWORLD) -ວັນທີ 19 ເມສາ, ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວ ເພື່ອສະເຫນີໃຫ້ຮູ້ ທັດສະນະຂອງຫວຽດນາມ ກ່ຽວກັບເລື່ອງ ສເກົາຫລີ ແລະ ສປປ ເກົາຫລີ ຈະຈັດຕັ້ງກອງປະຊຸມຂັ້ນສຸດຍອດ, 
ຫວຽດນາມຊົມເຊີຍຄວາມມານະພະຍາຍາມສັນຕິພາບຍາວນານໃນແຫລມເກົາຫລີ - ảnh 1ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ 

ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ໃຫ້ຮູ້ວ່າ: ຫວຽດນາມ ຊົມເຊີຍເລື່ອງ ສເກົາຫລີ ແລະ ສປປ ເກົາຫລີ ຈັດຕັ້ງການເຈລະຈາຂັ້ນສຸດຍອດໃນວັນທີ 27 ເມສາປີ 2018 ເພື່ອແນໃສ່ຊຸກຍູ້ການໂອ້ລົມສົນທະນາ, ຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ ແຫລມເກົາຫລີ.

ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງອຳນາດການປົກຄອງ ອາເມລິກາ ຄິດໄລ່ຊັ່ງຊາ ເລື່ອງເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTPP), ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ເນັ້ນຫນັກວ່າ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTPP) ແມ່ນສັນຍາການຄ້າເປີດ, ຕາມນັ້ນແລ້ວ ບັນດາພື້ນຖານເສດຖະກິດອາດຈະເຂົ້າຮ່ວມ CPTPP ພາຍຫລັງສັນຍາໄດ້ຮັບການຜັນຂະຫຍາຍ, ບົນພື້ນຖານຮັບຮູ້ບັນດາມາດຕະຖານສູງຂອງສັນຍາ ແລະ ຄວາມເຫັນດີເຫັນພ້ອມຂອງບັນດາປະເທດສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ