ຫວຽດນາມ-ຍີປຸ່ນຊຸກຍູ້ການຮ່ວມມືຮອບດ້ານ

ຫວຽດນາມ-ຍີປຸ່ນຊຸກຍູ້ການຮ່ວມມືຮອບດ້ານ - ảnh 1
ທ່ານ​ຮອງນາຍົກລັດຖະມົນຕີ​ຫວຽດນາມຫງວຽນ​ຊວນ​ຟຸກ ​ ແລະ ທ່ານ​ນາຍົກລັດຖະມົນຕີຍີປຸ່ນ shinzo Abe

(vovworld)- ​ແຕ່​ວັນ​ທີ 9 ຫາ​ວັນ​ທີ 11/10/2014, ທ່ານ​ຮອງນາຍົກລັດຖະມົນຕີ​ຫວຽດນາມຫງວຽນ​ຊວນ​ຟຸກ ພ້ອມ​ກັບ​ຄະນະ​ຜູ້​ແທນ​ລັດຖະບານ​ຫວຽດນາມ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັກ​ວຽກ​ຢູ່​ຍີ​ປຸ່ນ. ​ໃນ​ເວລາ​ຢູ່​ຢ້ຽມຢາມ, ທ່ານ​ຮອງນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ນາຍົກລັດຖະມົນຕີຍີປຸ່ນ shinzo Abe , ມີ​ການ​ພົບ​ປະ​ກັບ​ປະທານ​ສະພາ​ສູງ ​ແລະ ສະພາ​ຕ່ຳ​ຍີ​ປຸ່ນ ​ແລະ ລັດຖະມົນຕີ​ຂອງ​ຫຼາຍ​ກະຊວງ, ຂະ​ແໜງ​ການ​ຕ່າງໆ​ທີ່​ສຳຄັນ​ຂອງ​ຍີ​ປຸ່ນ. ທີ່​ການ​ພົບ​ປະ​ເຫຼົ່າ​ນັ້ນ, ບັນດາ​ການ​ນຳ​ຍີ​ປຸ່ນລ້ວນ​ແຕ່​​ເນັ້ນ​ໜັກ​ເຖິງ​ການ​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ຫວຽດນາມ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ຢ້ຽມຢາມ​ຂອງ ທ່ານຮອງ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວນ​ຟຸກ ຈະ​ປະກອບ​ສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. 2 ຝ່າຍ​ໄດ້​ເຫັນ​ດີ​ດຳ​ເນີນ​ການ​ຢ້ຽມຢາມ, ພົບ​ປະ​ໃນ​ຂັ້ນ​ຕ່າງໆ, ສົມທົບ​ກັນ​ບົນເວທີ​ປາ​ໄສສາກົນ ​ແລະ ພາກ​ພື້ນ ກໍ​ຄື​ໃນ​ວິວັດ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຝິກ, ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ, 2 ຝ່າຍ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ​ດ ສິດ​ເສລີ​ໃນ​ການ​ເດີນ​ເຮືອ, ບັນດາ​ການ​ຂັດ​ແຍ້​ງກັນ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ມາດ​ຕະການ​ໂດຍ​ສັນຕິ​ວິທີ....

ຂ່າວ/ບົດ​ອື່ນ