ຫວຽດນາມຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືກັບບັງກຼາເທດ

ຫວຽດນາມຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືກັບບັງກຼາເທດ - ảnh 1
(ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ​)

(vovworld) – ​ໃນ​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ບັງ​ກຼາ​ເທດ​ປະຈຳ​ຫວຽດນາມ Supradip Chakma ​ເຂົ້າ​ຢ້ຽມ​ອຳ​ລາ, ​ເນືອງ​ໃນ​​ໂອກາດ​ສິ້ນ​ສຸດ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດນາມ ​ໃນ​ຕອນ​ບ່າຍ​ວັນ​ທີ 25/11, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ​ໄດ້​ຢືນຢັນ​ວ່າ ຫວຽດນາມ​ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ກັບ​ບັງ​ກຼາ​​ເທດ. ທ່ານ​ປະທານ​ປະ​ເທດ​ຖື​ວ່າ, ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ມີ​ບາດກ້າວ​ພັດທະນາ, ບັນລຸ​ປະມານ 300 ລ້ານ​ USD, ​ແຕ່​ບໍ່​ທັນ​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ. ທ່ານ​ປະທານ​ປະ​ເທດສະ​ເໜີ​ໃຫ້​ສອງ​ຝ່າຍ​ກວດກາ​ບັນດາ​ສັນຍາ, ຂໍ້​ຕົກລົງ​ທີ່​ໄດ້​ລົງ​ນາມ, ຈາກ​ນັ້ນ​ສ້າງ​ເງື່ອນ​ໄຂ​ເປີດ​ກວ້າງ​ກາລະ​ໂອກາດ​ຮ່ວມ​ມື​ລົງທຶນ​ເພື່ອ​ຍົກ​ສູງ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ 1 ຕຶ້ USD . ທ່ານ​ປະທານ​ປະ​ເທດ ສະ​ເໜີ​ຫວຽດນາມ ​ແລະ ບັງ​ກຼາ​ເທດ ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂົງ​ເຂດ​ຕ່າງໆ, ​ໂດຍ​ສະ​ເພາະ​ແມ່ນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ພ້ອມ​ທັງ​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ​ສາກົນ. ສ່ວນທ່ານ​ເອກ​ອັກຄະ​ລັດຖະທູດ Supradip Chakma ຖື​ວ່າ, ຝ່າຍ​ບັງ​ກຼາ​ເທດ ປາດ​ຖະໜາ​ຢາກ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ກັບ​ຫວຽດນາມ ​ເພື່ອ​ຮັບປະກັນ​ໃຫ້​ບັນຫາ​ຄວາມ​ປອດ​ໄພ​ດ້ານ​ທັນ​ຍາ​ຫານ.

 

ຂ່າວ/ບົດ​ອື່ນ