ຫວຽດນາມຕັ້ງຫນ້າຊຸກຍູ້ຂົງເຂດບຸລິມະສິດຂອງອາຊຽນກ່ຽວກັບການຮ່ວມມືທະເລ
ທ່ານເລຫາຍບີງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ
photo:internet
|
(vovworld)- ວັນທີ 21/8, ທີ່ກອງປະຊຸມຂ່າວປະຈຳເດືອນຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານ ເລຫາຍບີງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ປະກາດການເຄື່ອນໄຫວທາງການທູດສຳຄັນຈຳນວນຫນຶ່ງຂອງຫວຽດນາມໃນໄລຍະຈະມາເຖິງ, ໃນນັ້ນ ເປັນຫນ້າສົນໃຈແມ່ນເວທີປາໄສທະເລ ອາຊຽນ ຄັ້ງທີ 5 ແລະ ເວທີປາໄສທະເລ ອາຊຽນ ເປີດກວ້າງ ຄັ້ງທີ 3, ຊື່ງຖືກຈັດຂຶ້ນແຕ່ວັນທີ 26 -28/8 ຢູ່ ນະຄອນ ດາຫນັງ. ທ່ານ ຟ້າມກວາງວີງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຫວຽດນາມ ຈະນຳຫນ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມບັນດາເຫດການນີ້.
“ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງເວທີປາໄສ ທະເລ ອາຊຽນ ຄັ້ງທີ 5 ແລະ ເວທີປາໄສ ອາຊຽນ ເປີດກວ້າງ ຄັ້ງທີ 3 ແນໃສ່ສະແດງໃຫ້ເຫັນບົດບາດຄວາມຮັບຜິດຊອບ ແລະ ການປະກອບສ່ວນຢ່າງຕັ້ງຫນ້າຂອງຫວຽດນາມໃນຂົງເຂດການຮ່ວມມືກໍຄືບຸລິມະສິດຂອງອາຊຽນ ກ່ຽວກັບການຮ່ວມມືທະເລ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພການເດີນທະເລຢູ່ພາກພື້ນ. ທີ່ເວທີປາໄສນີ້, ບັນດາປະເທດ ຈະສຸມໃສ່ປຶກສາຫາລືກ່ຽວກັບສະພາບການຢູ່ທະເລ, ການຮ່ວມມືບົນທະເລໃນໄລຍະຜ່ານມາ, ຕີລາຄາການຜັນຂະຫຍາຍບັນດາຂໍ້ລິເລີ່ມຂອງເວທີປາໄສກໍຄືບັນດາການກຳນົດທິດຮ່ວມມືໃນອະນາຄົດ.”