(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 15/10 ຢູ່ແຂວງ ລາວກາຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ສົມທົບກັບ ອົງການສະບຽງອາຫານ ແລະ ກະສິກຳສະຫະປະຊາຊາດ (FAO) ປະຈຳ ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງວັນສະບຽງອາຫານໂລກ ແລະ ວັນສ້າງຕັ້ງຂອງອົງການສະບຽງອາຫານ ແລະ ກະສິກຳ ສປຊ (15/10). ວັນສະບຽງອາຫານໂລກປີນີ້ ດ້ວຍຫົວຂໍ້ “ໜູນຊ່ວຍຊີວິດສັງຄົມ ແລະ ກະສິກຳ: ລົບລ້າງຄວາມອຶດຫິວທຸກຍາກ”. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ເລກວກແຢງ ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຢືນຢັນວ່າ:
“ ຫວຽດນາມ ພວມມານະພະຍາຍາມກະທຳ ເພື່ອມຸ່ງໄປເຖິງເປົ້າໝາຍຮອດປີ 2020 ສ້າງຕັ້ງລະບົບໜູນຊ່ວຍຊີວິດສັງຄົມຢ່າງທົ່ວເຖິງ ເພື່ອແນໃສ່ຮັບປະກັນປະຊາຊົນມີວຽກເຮັດງານທຳ, ລາຍຮັບເປັນປົກກະຕິ. ເຂົ້າຮ່ວມປະກັນສັງຄົມ, ຮັບປະກັນການໜູນຊ່ວຍໃຫ້ບັນດາຜູ້ປະສົມກັບຄວາມຫຍຸ້ງຍາກ ຄົນພິການ, ຄົນທຸກຍາກ, ຮັບປະກັນໃຫ້ປະຊາຊົນໄດ້ຊົມໃຊ້ບັນດາການບໍລິການສັງຄົມ. ຫວຽດນາມ ໃຫ້ຄຳໝັ້ນສັນຍາສຸມທຸກແຫຼ່ງກຳລັງ, ປຸກລະດົມການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ, ອົງການຕ່າງໆ, ປະຊາຄົມ ແລະ ພົນລະເມືອງປະຕິບັດໂຄງການດຳເນີນງານປີ 2030 ຢ່າງມີໄຊ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ”.