ຫວຽດນາມຖືເປັນສຳຄັນຊຸກຍູ້ການພົວພັນມິດຕະພາບແລະການຮ່ວມມືກັບໂຮນລັງ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໄດ້ພົບປະກັບ ພະມະເຫສີ ໂຮນລັງ Maxima
(ພາບ: TTXVN)
(vovworld) – ໃນແຜນການເຂົ້າຮ່ວມກອງປະຊຸມສຸດຍອດຄວາມໝັ້ນຄົງ, ປອດໄພນິວເຄຼຍຄັ້ງທີ 3 ຢູ່ ໂຮນລັງ, ຕອນຄຳ່ວັນທີ 25/3 (ຕາມເວລາ ຫວຽດນາມ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte. ແລກປ່ຽນກ່ຽວກັບການພົວພັນ 2 ຝ່າຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືກັບ ໂຮນລັງ, ຖືນີ້ແມ່ນໜຶ່ງໃນບັນດາສາຍພົວພັນທີ່ເປັນແບບຢ່າງ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ເອີລົບ. ນາຍົກລັດຖະມົນຕີ 2 ທ່ານເຫັນດີເປັນເອກະສັນສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດຍິ່ງກ່ວາອີກ. ນາຍົກລັດຖະມົນຕີ 2 ທ່ານກໍ່ແລກປ່ຽນກ່ຽວກັບບັນດາມາດຕະການລະອຽດເພື່ອແນໃສ່ຊຸກຍູ້ການພົວພັນໃນ 5 ຂົງເຂດຮັບບຸລິມະສິດໃນການຮ່ວມມືຄື: ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄຸ້ມຄອງແຫຼ່ງນ້ຳ, ກະສິກຳ, ພະລັງງານ ແລະ ນ້ຳມັນອາຍແກດ, ທ່າກຳປັ່ນ ແລະ ບໍລິການພະລາທິການ. ພິເສດ 2 ຝ່າຍຕັດສິນໃຈສຳເລັດການເຈລະຈາ, ມຸ່ງໄປເຖິງການເຊັນ “ຂໍ້ຕົກລົງຄູ່ຮ່ວມມືຍຸດທະສາກ່ຽວກັບກະສິກຳແບບຍືນຍົງ ແລະ ຄ້ຳປະກັນດ້ານສະບຽງອາຫານ”. ນາຍົກລັດຖະມົນຕີ 2 ທ່ານ ຕີລາຄາການຮ່ວມມືດ້ານປ້ອງກັນປະເທດ ລະຫວ່າງ 2 ປະເທດພັດທະນາຢ່າງຕັ້ງໜ້າ, ມີປະສິດທິຜົນ. ນາຍົກລັດຖະມົນຕີກໍ່ຕີລາຄາສູງເລື່ອງ 2 ປະເທດຮ່ວມມື ແລະ ສະໜັບສະໜູນເຊິ່ງກັນແລະ ກັນເປັນປະຈຳໃນບັນດາການເລືອກເຟັ້ນທີ່ບັນດາເວທີປາໄສສາກົນ, ພິເສດແມ່ນຢູ່ ສປຊ.