ຫວຽດນາມ-ນິວຊີແລນຍູ້ແຮງກາລະໂອກາດຮ່ວມມືລົງທຶນ
ທ່ານລັດຖະມົນຕີ ຫວູຮຸຍຮ່ວາງ
(ພາບປະກອບ)
(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ລົງນາມໃນສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ຢູ່ນິວຊີແລນ ຂອງທ່ານລັດຖະມົນຕີ ຫວູຮຸຍຮ່ວາງ, ກະຊວງອຸດສາຫະກຳ, ການຄ້າຫວຽດນາມ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳນິວຊີແລນ ແລະ ສະພາດຳເນີນທຸລະກິດອາຊຽນ - ນິວຊີແລນ (ANZBC) ຈັດຕັ້ງເວທີປາໄສຮ່ວມມືອຸດສາຫະກຳການຄ້າຫວຽດນາມ - ນິວຊີແລນ ໃນວັນທີ 03/02, ຢູ່ນະຄອນ Auckland. ກ່າວຄຳເຫັນທີ່ເວທີປາໄສ, ທ່ານລັດຖະມົນຕີ ຫວູຮຸຍຮ່ວາງ ເນັ້ນໜັກວ່າ, ກາລະໂອກາດເຊິ່ງ TPP ນຳມາໃຫ້ຫວຽດນາມ ແລະ ນິວຊີແລນ ເມື່ອທັງ 2 ພື້ນຖານເສດຖະກິດມີລັກສະນະຊ່ວຍກັນຢ່າງເຕັມຊ່ວນ. ທີ່ເວທີປາໄສ, ຜູ້ຕາງໜ້າກະຊວງອຸດສາຫະກຳການຄ້າຫວຽດນາມ ໄດ້ແນະນຳບາງຈຸດຕົ້ນຕໍ່ກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ລົງທຶນຕ່າງປະເທດຢູ່ຫວຽດນາມ. ບັນດາກຸ່ມບໍລິສັດໃຫຍ່ຂອງ 2 ປະເທດກໍແລກປ່ຽນບົດຮຽນ ກໍຄືກາລະໂອກາດລົງທຶນຢູ່ຫວຽດນາມ.
ສິ້ນສຸດເວທີປາໄສ, ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳຫວຽດນາມ ໄດ້ລົງນາມເອກະສານຮ່ວມມື ແລະ ບົດບັນທຶກຊ່ວຍຈຳກັບບັນດາຄູ່ຮ່ວມມືນິວຊີແລນ: ເອກະສານຮ່ວມມືກັບບັນດາອົງການຈັດຕັ້ງວິສາຫະກິດ ແລະ ການຄ້ານິວຊີແລນ, ບົດບັນທຶກຊ່ວຍຈຳກັບສະພາດຳເນີນທຸລະກິດອາຊຽນ - ນິວຊີແລນ, ບົດບັນທຶກຊ່ວຍຈຳກັບສະຫະພັນສົ່ງອອກນິວຊີແລນ.