ຫວຽດນາມນຳໜ້າອາຊຽນກ່ຽວກັບການແລກປ່ຽນການຄ້າກັບການາດາ

ຫວຽດນາມນຳໜ້າອາຊຽນກ່ຽວກັບການແລກປ່ຽນການຄ້າກັບການາດາ - ảnh 1
ການຜະລິດດອກໄຟ (ພາບ: TTXVN)

(vovworld) – ​ ​ໃນ​ປີ 2015, ຫວຽດນາມ ​​ໄດ້ບືນ​ຕົວ​ຂຶ້ນ​ນຳ​ໜ້າສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ກ່ຽວ​ກັບ​ການ​ແລກປ່ຽນດ້ານ​ການ​ຄ້າ​ກັບ ກາ​ນາດາ, ດ້ວຍ​ຍອດ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນລຸ​ເກືອບ 3,8 ຕື້ USD, ​ເພີ່ມ​ຂຶ້ນ​ປະມານ 24% ​ເມື່ອ​ທຽບ​ໃສ່​ປີ 2014. ດ້ວຍ​ລະດັບ​ການ​ເຕີບ​ໂຕປະ​ທັບ​ໃຈ, ຫວຽດນາມ ​ໄດ້​ບືນ​ຕົວ​ຂຶ້ນ​ອັນດັບ​ທີ 12 ​ໃນ​ບັນດາ​ປະ​ເທດທີ່​ມີ​ການ​ສົ່ງ​ອອກ​ໄປ​ຍັງ ກາ​ນາ​ດາ ​ແລະ ​ເພີ່ມ​ຂຶ້ນ 5 ຂັ້ນ​ເມື່ອ​ທຽບ​ໃສ່​ປີ 2013. ທຽບ​ໃສ່​ບັນດາ​ປະ​ເທດ ອາ​ຊຽນ, ຍອດ​ວົງ​ເງິນ​ການ​ຄ້າ 2 ສົ້ນ ຫວຽດນາມ - ກາ​ນາ​ດາ ພວມ​ນຳ​ໜ້າ​ຕາຕະລາງ, ຖັດມາ​ແມ່ນ​ ໄທ, ອິນ​ໂດ​ເນ​ເຊຍ ​ແລະ ມາ​ເລ​ເຊຍ. ບັນດາ​ໝວດຜະລິດ​ຕະພັນ​ສົ່ງອອກຕົ້ນຕໍ​ຂອງ ຫວຽດນາມ ​ໄປ​ຍັງ ກາ​ນາ​ດາ ລວມມີ: ​ເຄື່ອງ​ຈັກ, ອຸປະກອນ​ໄຟຟ້າ ​ແລະ ​ເອ​ເລັກ​ໂຕ​ນິກ…ທ່ານ ຮ່ວາງ​ແອ​ງຟຸງ ທູດ​ການ​ຄ້າ ຫວຽດນາມ ປະຈຳ ກາ​ນາ​ດາ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ວົງ​ເງິນ​​ສົ່ງ​ອອກ​ຂອງ ຫວຽດນາມ ​ໄປ​ຍັງ ກາ​ນາ​ດາ ສືບ​ຕໍ່​ເພີ່ມ​ຂຶ້ນ ຍ້ອນ​ວ່າ ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ມີ​ຜົນ​ສັກສິດ ຈະ​ເປີດ​ກາລະ​​ໂອກາດ​ຫລາຍ​ຢ່າງ​ໃຫ້​ວິ​ສາ​ຫະກິດ 2 ປະ​ເທດ​ຢ່າງ​ແນ່ນ​ອນ.

       


ຂ່າວ/ບົດ​ອື່ນ