ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຜົນສຳເລັດ ຂອງກອງປະຊຸມ ລັດຖະມົນຕີ APEC
ທ່ານລັດຖະທົນຕີຫວູ໋ຮູຍຮ່ວາງ
(ພາບ:baocongthuong.com.vn)
(vovworld)- ກອງປະຊຸມຂັ້ນລັດຖະມົນຕີການຄ້າຄັ້ງທີ 19 ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (
APEC) ດຳເນີນໄປໃນວັນທີ 20-21/4 ຢູ່ອິນໂດເນເຊຍ. ທ່ານລັດຖະທົນຕີກະຊວງອຸດສາຫະກຳການຄ້າຫວູ໋ຮູຍຮ່ວາງ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ດ້ວຍຫົວເລື່ອງ “ຄວາມສາມາດຟື້ນຕົວຂອງອາຊີ-ປາຊີຟິກ: ກຳລັງໜູນໃຫ້ການເຕີບໂຕເສດຖະກິດໂລກ“ ນັ້ນ, ປະເທດເຈົ້າພາບອິນໂດເນເຊຍ ສະຫງວນ 3 ບຸລິມະສິດອັນດັບໜຶ່ງ ແລະ ກໍ່ແມ່ນ 3 ຈຸດໝາຍຮ່ວມມືລະອຽດໃນໂຄງການດຳເນີນງານຂອງຕົນໃນຖານະແມ່ນປະທານ
APEC 2013 ຊື່ງລວມມີ: ການມຸ້ງໄປເຖິງບັນດາ “ຈຸດໝາຍ Bogor“, ຮັກສາການເຕີບໂຕແບບຍືນຍົງ ແລະ ຍຸດຕິທຳ. ຊຸກຍູ້ການເຊື່ອມຕໍ່ໃນພາກພື້ນ. ຕາມນັ້ນແລ້ວ, ກອງປະຊຸມໄດ້ອອກຖະແຫຼງການສະພາະກ່ຽວກັບ “ການສະໜັບສະໜູນລະບົບການຄ້າຫຼາຍຝ່າຍ“ ຜ່ານກອງປະຊຸມລັດຖະມົນຕີ WTO ຄັ້ງທີ 9 ຊື່ງຈະຖືກຈັດຂຶ້ນໃນເດືອນ 12/2013 ຢູ່ອິນໂດເນເຊຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະທົນຕີກະຊວງອຸດສາຫະກຳການຄ້າຫວູ໋ຮູຍຮ່ວາງ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນວິວັດການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະ ສາກົນ, ການສະໜັບສະໜູນຂອງຫວຽດນາມ ທີ່ມີຕໍ່ WTO ແລະ ຕັດສິນໃຈຈະສຳເລັດຮອບເຈລະຈາໂດຮາ ໂດຍໄວ. ທ່ານເນັ້ນໜັກວ່າ: ການໃຫ້ບຸລິມະສິດຂອງຫວຽດນາມ ຕໍ່ບັນດາເນື້ອໃນຮ່ວມມືຂອງ
APEC ກ່ຽວກັບການເຊື່ອມຕໍ່ການສະໜອງ, ໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ໜ້ອຍ, ເພີ່ມທະວີການພັດທະນາພື້ນຖານໂຄງລ່າງ. ຢູ່ນອກກອງປະຊຸມ, ທ່ານລັດຖະທົນຕີກະຊວງອຸດສາຫະກຳການຄ້າຫວູ໋ຮູຍຮ່ວາງ ໄດ້ມີການພົບປະສອງຝ່າຍຄັ້ງຕ່າງໆກັບບັນດາທ່ານລັດຖະມົນຕີ ແລະ ຫົວໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີ
APEC ຄື: ລັດເຊຍ, ອາເມລິກາ, ຈີນ, ສເກົາຫຼີ, ການາດາ…ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ ແລະ ແກ້ໄຂບັນດາບັນດາຫາເສດຖະກິດ, ການຄ້າ, ອຸດສາຫະກຳລະຫວ່າງຫວຽດນາມ ແລະ ບັນດາຄູ່ຮ່ວມມື ກໍ່ຄືຊຸກຍູ້ລະດັບຄວາມໄວໃນການເຈລະຈາ ແລະ ປະຕິບັດ FTA ສອງຝ່າຍ ແລະ ຫຼາຍຝ່າຍຂອງຫວຽດນາມ ກັບບັນດາຄູ່ຮ່ວມມືດັ່ງກ່າວໃນໄລຍະຈະມາເຖິງ.