ຫວຽດນາມປະເອີບໃຈກ່ຽວກັບວິວັດ ການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟິກ
ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ເຈີ່ນກວກແຄ໋ງ
(ພາບປະກອບ)
(vovworld) – “ການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟິກ TPP ອາດຈະປະສົມຜົນສຳເລັດ ໃນໄລຍະຈະມາເຖິງ”. ນີ້ແມ່ນການຕີລາຄາຂອງທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ເຈີ່ນກວກແຄ໋ງ, ຫົວໜ້າຄະນະເຈລະຈາ TPP ຂອງ ຫວຽດນາມ, ໃນການແລກປ່ຽນກັບນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອາເມລິກາ. ທ່ານຮອງລັດຖະມົນຕີ ເຈີ່ນກວກແຄ໋ງ, ກໍ່ແມ່ນສະມາຊິກຂອງຄະນະປະຕິບັດງານລັດຖະບານໂດຍທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ, ນຳໜ້າ, ຫາກໍ່ສິ້ນສຸດການຢ້ຽມຢາມ ອາເມລິກາ ເພື່ອປຶກສາຫາລືກ່ຽວກັບການເຈລະຈາສັນຍາ TPP 2 ຝ່າຍກໍ່ຄືວິວັດ ການເຈລະຈາສັງລວມລະຫວ່າງບັນດາປະເທດກ່ຽວກັບສັນຍານີ້. ເມື່ອຕີລາຄາກ່ຽວກັບວິວັດການເຈລະຈາສັນຍາ TPP, ພິເສດພາຍຫຼັງການເຈລະຈາ ຢູ່ຮ່າໂນ້ຍ ໃນຕົ້ນເດືອນ 9 ຜ່ານມາ, ທ່ານຮອງລັດຖະມົນຕີ ເຈີ່ນກວກແຄ໋ງ, ໃຫ້ຮູ້ວ່າ:
“ບັນດາປະເທດລ້ວນແຕ່ຕີລາຄາສູງໝາກຜົນຂອງຮອບເຈລະຈາທີ່ຜ່ານມາ ແລະ ເປັນເອກະພາບວ່າຈະມີຮອບເຈລະຈາຂັ້ນຫົວໜ້າຄະນະກ່ອນເດືອນ 11 ຈະມາເຖິງ, ເພື່ອພະຍາຍາມຮັດແຄບຄວາມບໍ່ລົງລອຍກັນ ແລະ ຍົກອອກບັນດາບັນຫາທີ່ຍັງຄົງຄ້າງພາຍໃຕ້ຮູບ ການແລກປ່ຽນທີ່ແຕກຕ່າງກັນ, ເພື່ອໃຫ້ບັນດາທ່ານລັດຖະມົນຕີອາດຈະຍົກອອກຂໍ້ຕົກລົງການເມືອງໃນຈຸດເວລາສຸດທ້າຍ. ຖ້າບັນດາປະເທດສືບຕໍ່ມານະພະຍາຍາມ ກໍ່ຄືສະຫງວນໃຫ້ກັນຄວາມໄຫວພິບຄືຢູ່ ຮ່າໂນ້ຍ, ຂ້າພະເຈົ້າຄິດວ່າ ການເຈລະຈາ TPP ຈະປະສົບສຳເລັດຜົນໃນໄລຍະຈະມາເຖິງ. ເວົ້າລວມແລ້ວ, ພວກຂ້າພະເຈົ້າມີຄວາມປະເອີບໃຈຕໍ່ວິວັດການເຈລະຈາ TPP ພາຍຫຼັງຮອບເຈລະຈາ ຢູ່ຮ່າໂນ້ຍ ຜ່ານມາ.”