ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ ເອກອັກຄະລັດຖະທູດ ຍີ່ປຸ່ນ Kunio Umeda
(ພາບ: ສຳນັກຂ່າວສານ ຫວຽດນາມ)
|
(vovworld) – ຕອນບ່າຍວັນທີ 14/2, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳຫວຽດນາມ Kunio Umeda. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນກັບ ຍີ່ປຸ່ນ ຕາມຈິດໃຈຄູ່ຮ່ວມມືຍຸດທະສາດມທີ່ເລິກເຊິ່ງ, ກ້ວາງຂວາງເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ ອາຊີ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ປະຈຸບັນ, ຫວຽດນາມ ພວມຕັ້ງໜ້າກະກຽມການຢ້ຽມຢາມທາງລັດຖະກິດຂອງພະເຈົ້າຈັກກະພັດ ແລະ ພະມະເຫສີ. ຫວຽດນາມ ຖືເປັນສຳຄັນການຢ້ຽມຢາມຄັ້ງນີ້, ຖືນີ້ແມ່ນເຫດການມີຄວາມໝາຍສຳຄັນ, ແມ່ນຂີດໝາຍທີ່ເປັນໜ້າຈົດຈຳໃນການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ: ດ້ວຍບັນດາການຢ້ຽມຢາມຂັ້ນສູງໃນໄລຍະຈະມາເຖິງ, ປີ 2017, ການພົວພັນຮ່ວມມື ຫວຽດນາມ - ຍີ່ປຸ່ນ ຈະມີບາດກ້າວພັດທະນາກະໂດດຂັ້ນ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ.
ສ່ວນທ່ານເອກອັກຄະລັດຖະທູດ Kunio Umeda ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮັບຊາບກ່ຽວກັບວຽກງານສົມທົບກັນກັບບັນດາອົງການກ່ຽວຂ້ອງຂອງ ຫວຽດນາມ ໃນການກະກຽມໂຄງການສົ່ງເສີມການລົງທຶນດ້ວຍຂອບຂະໜາດໃຫຍ່ຢູ່ ຫວຽດນາມ ຈະໄດ້ຈັດຕັ້ງໃນໄລຍະຈະມາເຖິງ ດ້ວຍການເຂົ້າຮ່ວມຂອງນັກທຸລະກິດ ຍີ່ປຸ່ນ ປະມານ 1.000 ຄົນ.