(vovworld) - ຕອນເຊົ້າວັນທີ 27/07, ຢູ່ຮ່າໂນ້ຍ, ສູນປົກປັກຮັກສາສັນຕິພາບຫວຽດນາມ ໄດ້ເປັນປະທານສົມທົບກັບໂຄງການຂໍ້ລິເລີ່ມເຄື່ອນໄຫວສັນຕິພາບທົ່ວໂລກ ສັງກັດກອງບັນຊາການກອງທັບບົກມະຫາສະໝຸດປາຊີຟິກ ອາເມລິກາ ຈັດຕັ້ງກອງປະຊຸມສຳມະນາສາກົນກ່ຽວກັບການຜັນຂະຫຍາຍກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.
ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ພົນໂທ ຫງວຽນຈິວິ້ງ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ, ເຖິງວ່າກອງປະຊຸມສຳມະນາຖືລັກສະນະເຕັກນິກເທົ່ານັ້ນ ແຕ່ໄດ້ສະແດງໃຫ້ເຫັນລັກສະນະອັນສູງສົ່ງກ່ຽວກັບຄວາມຕັດສິນໃຈ ແລະ ໜ້າທີ່ຮັບຜິດຊອບຂອງຫວຽດນາມ ໃນການເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ. ພົນໂທ ຫງວຽນຈິວິ້ງ ໃຫ້ຮູ້ວ່າ.
“ໃນໄລຍະທີ່ເຂົ້າຮ່ວມການຮັກສາສັນຕິພາບຜ່ານມາ, ພວກຂ້າພະເຈົ້າເຂົ້າໃຈໄດ້ວ່າ ນີ້ແມ່ນການເຄື່ອນໄຫວທີ່ຫຍຸ້ງຍາກ. ສິ່ງທ່ີພວກຂ້າພະເຈົ້າຕ້ອງການທີ່ສຸດນັ້ນແມ່ນບັນດາບົດຮຽນ, ເຕັກນິກ, ຄວາມຈຳເປັນເພື່ອກະກຽມໃຫ້ກຳລັງທະຫານຂອງພວກຂ້າພະເຈົ້າຜັນຂະຫຍາຍເມື່ອເຂົ້າຮ່ວມກຳລັງຕ່າງໆຢູ່ຕ່າງປະເທດ. ສະນັ້ນ, ດ້ວຍການໜູນຊ່ວຍຈາກສະຫະປະຊາຊາດ, ຈາກບັນດາປະເທດ ທີ່ແບ່ງປັນບົດຮຽນກັບພວກຂ້າພະເຈົ້າ, ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າມີຄວາມຮູ້ໃໝ່ຫຼາຍຢ່າງກ່ຽວກັບການເຄື່ອນໄຫວນີ້ ຄືດັ່ງກອງປະຊຸມໃນມື້ນີ້ແມ່ນມີຄວາມຈຳເປັນທີ່ສຸດ.”
ສ່ວນທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Ted Osius ຖືວ່າ, ກອງປະຊຸມສຳມະນາ ແມ່ນບາດກ້າວຕັ້ງໜ້າ ແລະ ສຳຄັນອີກອັນໜ່ຶງ ເພື່ອສະແດງຄວາມຮັບຮູ້, ຄວາມຕັດສິນໃຈຂອງຫວຽດນາມ ໃນການເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດຢ່າງຄົບຖ້ວນ.