(VOVWORLD) -ນັບແຕ່ເວລາ 16 ໂມງ ຂອງວັນທີ 22 ພະຈິກ ຫາ ເວລາ 16 ໂມງຂອງວັນທີ 23 ພະຈິກ,ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 11.132 ຄົນ (ໃນນັ້ນມີ 6 ກໍລະນີມາຈາກຕ່າງປະເທດ
ພາບປະກອບ |
ເປັນອັນວ່າ ໄລຮອດວັນທີ 23 ພະຈິກ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 1.143.967 ຄົນ
ໃນວັນທີ 23 ພະຈິກ ຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 1.034 ຄົນ ອັນໄດ້ຍົກຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 911.310 ຄົນ . ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອເສຍຊີວິດ 167 ຄົນ.
ຮອດວັນທີ 23 ພະຈິກ, ມີ 25 ແຂວງ ແລະ ນະຄອນໃນທົ່ວປະເທດຫວຽດນາມໄດ້ສັກວັກຊິນກັນ ໂຄວິດ - 19ໃຫ້ເດັກໄວ 12-17 ປີດ້ວຍຈຳນວນຫຼາຍກ່ວາ 2 ລ້ານໂດສແລ້ວ