ທ່ານ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບູ່ຍຊວນເຊີນ
ພາບ:TTXVN
|
(vovworld)- ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນກອງປະຊຸມການທູດຄັ້ງທີ 29 ຊື່ງດຳເນີນແຕ່ວັນທີ 22-26/8 ຢູ່ ຮ່າໂນ້ຍ, ທ່ານ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບູ່ຍຊວນເຊີນ ໄດ້ຢືນຢັນ: ຫວຽດນາມ ຢັ້ງຢືນແນວທາງການຕ່າງປະເທດຫລາຍຝ່າຍ, ຮັກສາສະພາບແວດລ້ອມສັນຕິພາບ, ປົກປັກຮັກສາເອກະລາດ, ອະທິປະໄຕຢ່າງໝັ້ນຄົງ. ທ່ານ ບູ່ຍແທງເຊີນ ຍັງໃຫ້ຮູ້ວ່າ: ນອກຈາກບັນດາຫນ້າທີ່ຕົ້ນຕໍຄື: ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ປະກອບສ່ວນປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ, ຍົກສູງທີ່ຕັ້ງບົດບາດ, ອິດທິພົນຂອງປະເທດຊາດ, ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ, ຂະແຫນງການທູດຍັງສຸມໃສ່ຍົກສູງປະສິດທິຜົນວຽກງານການຕ່າງປະເທດຫລາຍຝ່າຍ, ເປັນເຈົ້າການ ແລະ ຕັ້ງຫນ້າເຂົ້າຮ່ວມການເຄື່ອນໄຫວຂອງບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ, ບັນດາເວທີປາໄສຫລາຍຝ່າຍ, ພິເສດແມ່ນ ອາຊຽນ, ສປຊ, ບັນດາກົນໄກອະນຸພາກພື້ນ. ພ້ອມກັນນັ້ນ ເປັນເຈົ້າການ, ຕັ້ງຫນ້າເຂົ້າຮ່ວມການເຄື່ອນໄຫວໃນບັນດາຂົງເຂດການທູດວັດທະນະທຳ, ການຂ່າວຕ່າງປະເທດ, ວຽກງານກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ.