ຫວຽດນາມ-ລາວກໍ່ສ້າງ ຮູບແບບນະໂຍບາຍ ປະຕູດຽວ
ດ່ານຊາຍແດນລາວບ໋າວ
(ພາບປະກອບ)
(vovworld) – ວັນທີ 26/6, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນພິທີລົງນາມບົດບັດທຶກຊ່ວຍຈຳລະຫວ່າງກອງບັນຊາການທະຫານປ້ອງກັນຊາຍແດນ ຫວຽດນາມ ກັບກົມໃຫຍ່ 502, ສັງກັດກະຊວງປ້ອງກັນຄວາມສະຫງົບ ລາວ ກ່ຽວກັບການສົມທົບກັນກວດກາ, ຕິດຕາມກວດກາ “ປະຕູດຽວ, ຈອດເທື່ອດຽວ”. ຮູບແບບ “ປະຕູດຽວ, ຈອດເທື່ອດຽວ” ໄດ້ນຳໃຊ້ຢູ່ດ່ານຊາຍແດນ ລາວບ໋າວ - ແດນສະຫວັນ, ເປັນພື້ນຖານດ້ານນິຕິກຳໃຫ້ບັນດາຫົວໜ່ວຍພື້ນຖານສ້າງລະບຽບການຜັນຂະຫຍາຍປະຕິບັດ ແລະ ຫຼັງຈາກນັ້ນຈະທະວີຄູນຢູ່ບັນດາດ່ານຊາຍແດນອື່ນໆອີກ.
ລະບົບປະຕູດຽວ, ຈອດເທື່ອດຽວຢູ່ດ່ານຊາຍແດນ ລາວບ໋າວ - ແດນສະຫວັນ ອະນຸຍາດໃຫ້ສິນຄ້າ ແລະ ຜູ້ຜ່ານຊາຍແດນ ຈອດພຽງເທື່ອດຽວຢູ່ຈຸດກວດກາລວມຂອງ 2 ປະເທດ. ແຜນນະໂຍບາຍດັ່ງກ່າວຈະສ້າງເງື່ອນໄຂໃຫ້ສິນຄ້າປະເພດອາຫານຂອງ ຫວຽດນາມ ອາດຈະເປີດກ້ວາງຢູ່ຕະຫຼາດລາວ ກໍ່ຄືປະຢັດເວລາ ແລະ ຄ່າໃຊ້ຈ່າຍໃຫ້ບັນດາວິສາຫະກິດ. ຄຽງຂ້າງນັ້ນ, ເລື່ອງເຊັນບົດບັດທຶກຊ່ວຍຈຳດັ່ງກ່າວຈະສ້າງຄວາມສະດວກສະບາຍກ່ວາອີກໃນການຮ່ວມມືລະຫວ່າງ ຫວຽດນາມ - ລາວ ເວົ້າສະເພາະກໍ່ຄືບັນດາປະເທດອະນຸພາກພື້ນແມ່ນ້ຳຂອງເວົ້າລວມ.