ຫວຽດນາມ-ລາວ-ກຳປູເຈຍຊຸກຍູ້ວຽກງານແນວໂຮມ
ກອງປະຊຸມຂັ້ນສູງອົງການແນວໂຮມ 3 ປະເທດ
(ພາບ: vietnamplus.vn)
(vovworld) - ກອງປະຊຸມຂັ້ນສູງອົງການແນວໂຮມ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 2 ຖືກໄຂຂຶ້ນໃນວັນທີ 18/12, ຢູ່ນະຄອນຫຼວງວຽງຈັນ. ເຂົ້າຮ່ວມກອງປະຊຸມມີຄະນະຜູ້ແທນຂັ້ນສູງແນວລາວ ສ້າງຊາດ ໂດຍທ່ານປະທານ ພັນດວງຈິດ ວົງສາ ເປັນຫົວໜ້າຄະນະ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດແນວໂຮມສາມັກຄີພັດທະນາປະເທດກຳປູເຈຍ ໂດຍທ່ານປະທານ Samdech Akka Noha Phonhea Heng Samrin ເປັນຫົວໜ້າຄະນະ ແລະ ຄະນະຜູ້ແທນຂັ້ນສູງແນວໂຮມປະເທດຊາດຫວຽດນາມ ໂດຍທ່ານປະທານ ຫງວຽນທ້ຽນເຍີນ ເປົນຫົວໜ້າຄະນະ. ກອງປະຊຸມໄດ້ຕີລາຄາໂຄງການຮ່ວມມືໃນໄລຍະຜ່ານມາ ແລະ ວາງທິດທາງຮ່ວມມືໃນໄລຍະຈະມາເຖິງ. 3 ຝ່າຍມີຄວາມເພິງພໍໃຈເມື່ອເຫັນວ່າ ພາຍຫຼັງໄລຍະ 2 ປີທີ່ລົງນາມໃນບັນດາເນື້ອໃນ “ໂຄງການຮ່ວມມືລະຫວ່າງແນວໂຮມສາມັກຄີພັດທະນາປະເທດກຳປູເຈຍ ແລະ ສູນກາງແນວລາວສ້າງຊາດ ແລະ ແນວໂຮມປະເທດຊາດຫວຽດນາມ” ໄດ້ຮັບການຜັນຂະຫຍາຍ, ປະຕິບັດຢ່າງນັບມື້ນັບມີປະສິດທິຜົນ.
3 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳໄລຍະ 2013 – 2016, ໃນນັ້ນເນັ້ນໜັກເຖິງເລື່ອງສືບຕໍ່ຜັນຂະຫຍາຍ, ປະຕິບັດຂອງວຽກງານໂຄສະນາຢ່າງເລີກເຊິ່ງ, ກວ້າງຂວາງໃນໝູ່ມະຫາຊົນຢ່າງມີປະສິດທິຜົນ, ເສີມຂະຫຍາຍມູນເຊື້ອສາມັກຄີ, ມິດຕະພາບ ແລະ ການຮ່ວມມືລະຫວ່າງ 3 ປະເທດຫວຽດນາມ - ລາວ - ກຳປູເຈຍ ເພື່ອການພັດທະນາລວມຂອງ 3 ປະເທດ ກໍ່ຄືຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ວັດທະນາຖາວອນໃນພາກພື້ນ ແລະ ຢູ່ໃນໂລກ.