ພົນໂທ ໂດບ໋າຕິ, ຫົວໜ້າກອງເສນາທິການໃຫຍ່, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
(ພາບ:Trọng Đức/TTXVN)
(vovworld) – ຄະນະຜູ້ແທນທະຫານຂັ້ນສູງກອງທັບປະຊາຊົນ ຫວຽດນາມ ໂດຍພົນໂທ ໂດບ໋າຕິ, ຫົວໜ້າກອງເສນາທິການໃຫຍ່, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ນຳໜ້າຄະນະຫາກໍສຳເລັດການຢ້ຽມຢາມ, ເຮັດວຽກຢູ່ປະເທດ ລາວ ແລະ ກຳປູເຈຍ ຕາມຄຳເຊື້ອເຊີນຂອງພົນຕີ ສຸວອນ ເລືອງບຸນມີ, ຫົວໜ້າກອງເສນາທິການໃຫຍ່ກອງທັບປະຊາຊົນ ລາວ ແລະ ພົນເອກ Pôn Sa-rươn, ຜູ້ບັນຊາໃຫຍ່ກອງທັບລາດຊະວົງ ກຳປູເຈຍ. ໃນໄລຍະຂອງການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ແລະ ກຳປູເຈຍ(20 – 27/4/2014), ຄະນະຜູ້ແທນທະຫານຂັ້ນສູງກອງທັບປະຊາຊົນ ຫວຽດນາມ ໄດ້ມາວາງພວງມາລາຍທີ່ອະນຸສາວະລີ ”ນ້ຳໃຈສາມັກຄີສູ້ຮົບເປັນພິເສດ ຫວຽນາມ - ລາວ” ຢູ່ແຂວງ ຈຳປາສັກ(ລາວ) ແລະ ອະນຸສາວະລີນັກຮົບເສຍສະຫຼະຊີວິດ, ທະຫານອາສາສະໝັກ ຫວຽດນາມ ຢູ່ນະຄອນ Xihanuk Vin(ກຳປູເຈຍ); ການພົບປະແລກປ່ຽນຕ່າງໆກັບກອງເສນາທິການໃຫຍ່ກອງທັບປະຊາຊົນ ລາວ ແລະ ກອງບັນຊາການໃຫຍ່ກອງທັບລາດຊະວົງ ກຳປູເຈຍ. ຜ່ານການແລກປ່ຽນ, ບັນດາຝ່າຍຕີລາຄາສູງໝາກຜົນຂອງການຮ່ວມມືໃນຂົງເຂດຕ່າງໆຄື ການທະຫານ, ການປ້ອງກັນປະເທດໃນປີ 2013, ເຫັນດີເປັນເອກະສັນກ່ຽວກັບທິດທາງ, ມາດຕະການຜັນຂະຫຍາຍ; ປະຕິບັດເນື້ອໃນແຜນການຮ່ວມມືປີ 2014 ລະຫວ່າງກອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ກັບ ກອງເສນາທິການໃຫຍ່ກອງທັບປະຊາຊົນ ລາວ ແລະ ກອງບັນຊາການໃຫຍ່ກອງທັບລາດຊະວົງ ກຳປູເຈຍ. ໃນນັ້ນຈຸດສຸມແມ່ນການຮ່ວມມືໃນຂົງເຂດການຮົບປ້ອງກັນ; ກໍ່ສ້າງກຳລັງ, ຮ່ວມມືລະຫວ່າງບັນດາເຂດທະຫານ, ກົມກອງທີ່ກ່ຽວຂ້ອງຂອງສອງຝ່າຍ. ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນ ຫວຽດນາມ ໄດ້ມາຢ້ຽມຢາມກົມກອງ, ຖານທີ່ໝັ້ນທະຫານ, ຢ້ຽມຢາມທັດສະນີຍະພາບຈຳນວນໜຶ່ງຂອງ ລາວ ແລະ ກຳປູເຈຍ.