(VOVWORLD) -ຕອນບ່າຍວັນທີ 1ທັນວາ, ຢູ່ຮາ່ໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Andy Campion ຜູ້ອຳວຍກາຍຝ່າຍບໍລິຫານກຸ່ມບໍລິສັດNike ອາເມລິກາ ທີ່ພວມມີການຢ້ຽມຢາມ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Andy Campion ຜູ້ອຳວຍກາຍຝ່າຍບໍລິຫານກຸ່ມບໍລິສັດ Nike ອາເມລິກາ (ພາບ: TTXVN) |
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງການເຄື່ອນໄຫວດຳເນີນທຸລະກິດຂອງ Nike ທີ່ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ການສົ່ງອອກ, ການເຕີບໂຕດ້ານເສດຖະກິດ ແລະ ວຽກເຮັດງານທຳຂອງ ຫວຽດນາມ ໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ Nike ໜູນຊ່ວຍ ຫວຽດນາມ ໃນການຍົກສູງຄວາມສາມາດຄຸ້ມຄອງ ຕາມທິດທັນສະໄໝ, ໃຫ້ຄຳປຶກສາດ້ານນະໂຍບາຍ, ບຳລຸງສ້າງຊັບພະຍາກອນມະນຸດ...ຊຸກຍູ້ການພັດທະນາຂຽວ, ຫັນເປັນດີຈີຕອນ, ພັດທະນາເສດຖະກິດໝູນວຽນ, ປະກອບສ່ວນພ້ອມກັບ ຫວຽດນາມ ກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕິດພັນກັບການເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ, ມີປະສິດທິຜົນ, ເຂົ້າຮ່ວມລະບົບສະໜອງທົ່ວໂລກຢ່າງເລິກເຊິ່ງ.
ສ່ວນທ່ານ Andy Campion ຜູ້ອຳວຍກາຍຝ່າຍບໍລິຫານກຸ່ມບໍລິສັດ Nike ເຫັນດີເປັນເອກະພາບຕໍ່ບັນດາການສະເໜີຂອງທ່ານນາຍົກລັດຖະມົນຕີ, ທ່ານກໍ່ສະແດງຄວາມປະທົບໃຈຕໍ່ພື້ນຖານວັດທະນະທຳ ແລະ ການພັດທະນາຢ່າງແຮງຂອງເສດຖະກິດຫວຽດນາມ ໃນໄລຍະຜ່ານມາ.