ຫວຽດນາມສູ້ຊົນບັນລຸຄາດໝາຍສົ່ງອອກ ໝາກມ່ວງຫິມະພານ 3,7 ຕື້ USD ໃນປີ 2018

(VOVWORLD) -ຫວຽດນາມວາງຄາດໝາຍວົງເງິນສົ່ງອອກຂອງຂະແໜງການຜະລິດແກ່ນໝາກມ່ວງຫິມະພານປີ 2018 ບັນລຸ 3,5  - 3,7 ຕື້ USD, ຢືນອັນດັບທີ 1 ຂອງໂລກ ກ່ຽວກັບການປຸງແຕ່ງສົ່ງອອກໝາກມ່ວງຫິມະພານ.

ຕາມສະຫະສະມາຄົມໝາກມ່ວງຫິມະພານຫວຽດນາມ ແລ້ວ, ເພື່ອບັນລຸໄດ້ຄາດໝາຍດັ່ງກ່າວ ແລະ ເພື່ອໃຫ້ຂະແໜງໝາກມ່ວງຫິມະພານພາຍໃນປະເທດພັດທະນາແບບຍືນຍົງນັ້ນ, ຂະແໜງໝາກມ່ວງຫິມະພານຫວຽດນາມ ຄວນສ້າງໂຄງປະກອບຄືນໃໝ່, ຈໍາກັດການຂຶ້ນກັບການນໍາເຂົ້າໝາກມ່ວງຫິມະພານດິບ. ດ້ານອື່ນ, ປະຕິບັດມາດຕະການປູກຝັງ, ການປູກສະຫຼັບກັບການດັດປັບແນວພັນ; ກໍຄືຖ່າຍທອດເຕັກນິກການປູກໝາກມ່ວງຫິມະພານໃຫ້ແກ່ຊາວກະສິກອນ, ພິເສດແມ່ນ ກໍ່ສ້າງເຂດສະໜອງແຫຼ່ງໝາກມ່ວງຫິມະພານພັດທະນາເປັນປົກກະຕິ. ທ່ານ ຫງວຽນຊວນເກືອງ ລັດຖະມົນຕີກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ:

        “ພວກເຮົາຕ້ອງສ້າງສາຍຮ່ວມສໍາພັນຢ່າງແໜ້ນແຟ້ນ ຈາກຂອດຈັດຕັ້ງການຜະລິດ, ໝູນໃຊ້ວິທະຍາສາດເຕັກໂນໂລຢີກ້າວໜ້າ, ຮັບປະກັນແຫຼ່ງເກັບຊື້ປຸງແຕ່ງ ຕະຫຼອດຮອດຂອດຈັດຕັ້ງພັດທະນາການຕະຫຼາດທັງຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດອີກດ້ວຍ”.


 

ຕອບກັບ

ຂ່າວ/ບົດ​ອື່ນ