(vovworld) - ວັນທີ 19/11, ກ່າວຄຳເຫັນທີ່ການພົບປະກັບທ່ານເອກອັກຄະລັດຖະທູດຫວູດັງຢຸ້ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ, ໃນການຢ້ຽມຢາມອິນໂດເນເຊຍຢ່າງເປັນທາງການ, ທ່ານປະທານສະພາເອີລົບ Herman Van Rompuy ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ເມື່ອຫວຽດນາມສວມບົດບາດເປັນປະເທດປະສານງານການພົວພັນ ອາຊຽນ-ອີຢູ ໄລຍະ 2012-2015. ຕາມທ່ານ Herman Van Rompuy ແລ້ວ, ໜຶ່ງໃນບັນດາໝາກຜົນສຳຄັນ ແມ່ນຄວາມຕັດສິນຂອງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ-ອີຢູ ມຸ່ງໄປເຖິງການຍົກລະດັບການພົວພັນ 2 ຝ່າຍຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ.
ທ່ານປະທານສະພາເອີລົບ Herman Van Rompuy ຢັ້ງຢືນຄືນໃໝ່ວ່າ: ຄຳໝັ້ນສັນຍາຂອງອີຢູ ສືບຕໍ່ໜູນຊ່ວຍອາຊຽນ ສ້າງປະຊາຄົມໃນທັງ 3 ເສົາຄ້ຳການເມືອງ-ການປ້ອງກັນຄວາມສະຫງົບ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ, ກໍ່ຄືສະໜັບສະໜູນບົດບາດໃຈກາງຂອງອາຊຽນ ທີ່ບັນດາເວທີປາໄສ ແລະ ໂຄງປະກອບພາກພື້ນພວມສ້າງຕັ້ງ. ທ່ານ Herman Van Rompuy ຊີ້ແຈ້ງວ່າ: ອີຢູເອົາໃຈໃສ່ພິເສດເຖິງການເພີ່ມທະວີການພົວພັນກັບອາຊຽນ ແລະ ບັນດາປະເທດໃນພາກພື້ນ; ໃຫ້ຄຳໝັ້ນສັນຍາພ້ອມກັນຍົກລະດັບການພົວພັນ ອາຊຽນ-ອີຢູຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດໂດຍໄວ.
ອີຢູສະໜັບສະໜູນບັນດາກົນໄກການຮ່ວມມືທີ່ພວມປະຕິບັດໃນປະຈຸບັນ ລະຫວ່າງອາຊຽນ ແລະ ບັນດາຄູ່ຮ່ວມມືກ່ຽວກັບການຊຸກຍູ້ຄວາມສະຫງົບໃນພາກພື້ນ, ຊົມເຊີຍຄວາມມານະພະຍາຍາມຂອງອາຊຽນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງດຳເນີນການສ້າງປະມວນຂໍ້ກຳນົດກ່ຽວກັບການປະພຶດບົນທະເລຕາເວັນອອກ (COC) ໂດຍໄວ.