(vovworld) – ນາຍົກລັດຖະມົນຕີຫວຽດນາມ ໄດ້ຕົກລົງເຫັນດີກັບຂໍ້ສະເໜີຂອງຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ກ່ຽວກັບເລື່ອງເປັນເຈົ້າພາບພ້ອມຈັດຕັ້ງງານບຸນວັດທະນະທຳໂລກປີ 2017 ກັບແຂວງ Gyeongsangbuk – do, ສ.ເກົາຫຼີ. ງານບຸນວັດທະນະທຳໂລກແມ່ນເຫດການພົບປະແລກປ່ຽນວັດທະນະທຳທີ່ມີຂອບຂະໜາດໃຫຍ່, ເຊິ່ງໄດ້ຈັດຕັ້ງດ້ວຍບັນດາການເຄື່ອນໄຫວທີ່ເປັນຫຼາຍຮູບຫຼາຍແບບ ເພື່ອແນໃສ່ແນະນຳວັດທະນະທຳສ.ເກົາຫຼີ ແລະ ບັນດາປະເທດເຂົ້າຮ່ວມໃນບັນດາຂົງເຂດຄື: ອາຫານການກິນ, ດົນຕີ, ແຟຊັນ, ຮູບເງົາ, ສົມທົບກັບການສົ່ງເສີມດ້ານການຄ້າ ແລະ ການລົງທຶນ. ງານບຸນໂດຍແຂວງ Gyeongsangbuk – do ສົມທົບກັບກະຊວງວັດທະນະທຳ ແລະ ກິລາສ.ເກົາຫຼີ, ອົງການຈັດຕັ້ງການທ່ອງທ່ຽວໂລກ - UNWTO, ອົງການຂຶ້ນກັບສະຫະປະຊາຊາດ ແລະ ລັດຖະບານສ.ເກົາຫຼີ ຈັດຕັ້ງ. ງານບຸນວັດທະນະທຳໂລກ 2017 ໄດ້ປະກອບສ່ວນໂຄສະນາກ່ຽວກັບວັດທະນະທຳ, ປະເທດຊາດ, ພາບພົດຫວຽດນາມ ແລະ ນະຄອນໂຈ່ຈິມິນ ພ້ອມທັງເປັນການດຶງດູດນັກທ່ອງທ່ຽວສ.ເກົາຫຼີ ແລະ ບັນດາປະເທດອື່ນ. ຄາດວ່າ, ງານບຸນວັດທະນະທຳໂລກປີ 2017 ຈະໄດ້ຮັບການຈັດຕັ້ງໃນໂອກາດເວທີປາໄສເສດຖະກິດອາຊີ - ປາຊີຟິກ (APEC 2017).