ຫວຽດນາມ-ສເກົາຫຼີ ເພີ່ມທະວີການຮ່ວມມື ດ້ານເສດຖະກິດ

ຫວຽດນາມ-ສເກົາຫຼີ ເພີ່ມທະວີການຮ່ວມມື ດ້ານເສດຖະກິດ - ảnh 1

(ພາບ:nhandan.com.vn )

(vovworld)- ກອງ​ປະຊຸມ​ສຳ​ມະ​ນາ ““ພັດທະນາ​ເສດຖະກິດ​ຫວຽດນາມ-​ສ​ເກົາຫຼີ: ບົດຮຽນ ​ແລະ ບັນດາ​ກາລະ​ໂອກາດ​ໃໝ່“ ​ໄດ້​ຖືກ​ຈັດ​ຂຶ້ນ​ໃນຕອນ​ເຊົ້າວັນ​ທີ 30/9 ຢູ່ຮ່າ​ໂນ້ຍ ​ໄດ້​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ 150 ທ່ານ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ວິ​ສາ​ຫະກິດ​ສອງ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ດ່າວກວາງ​ທູ, ຮອງລັດຖະມົນຕີກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ຢືນຢັນ​ວ່າ: ຍາມ​ໃດ​ຫວຽດນາມ ກໍ່​ຖື​ ສ​ເກົາຫຼີ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ ​ແລະ ປາດ​ຖະໜາ​ວ່າ​ບັນດາ​ວິ​ສາ​ຫະກິດ ສ​ເກົາຫຼີ ຈະສືບ​ຕໍ່​ເປີດ​ກ້ວາງ​ການ​ລົງທຶນ​ດຳ​ເນີນທຸລະ​ກິດ​ຢູ່​ຫວຽດນາມ:

   “​ເລື່ອງ​ເພີ່ມ​ທະວີ​ການສົມທົບ​ ​ແລະ ​ແບ່ງປັນ​ບັນດາ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ການຄົ້ນຄ້ວາ​ນະ​ໂຍບາຍ, ສຳ​ພັດ​ກັບ​ຕະຫຼາດ, ນະ​ໂຍບາຍ​ການ​ຄ້າ​ການ​ລົງທຶນ​ລະຫວ່າງ​ອົງການ​ລັດຖະບານ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ​ສອງ​ຝ່າຍ ​ແມ່ນ​ສຳຄັນ​ທີ່​ສຸດ. ທາງກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ  ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນຕ່າງໆ ຈະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ ສ​ເກົາຫຼີ ມາ​ຫວຽດນາມ ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ ກໍ່​ຄື​ຍາມ​ໃດ​ກໍ່​ຈະ​ສະໜັບສະໜູນ ​ແລະ ໜູນ​ຊ່ວຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລວມລະຫວ່າງ​ສອງ​ປະ​ເທດ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ນຳ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ສອງ​ປະ​ເທດ​ພັດທະນາ​ຢ່າງໝັ້ນຄົງ​ກ່ວາ ​ແລະ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່“.

 

ຂ່າວ/ບົດ​ອື່ນ